ການຝຶກອົບຮົມ ການວິເຄາະ ແລະ ພັດທະນາຕະຫຼາດ ຊຸມຊົນໂດຍການຮວມມືກັບອົງການ WWF 21-26/09/2015 ທີ່ປາກຊັນ, ບໍລິຄຳໄຊ

ລີ​ຄອບ​ໄດ້​ຮ່ວມ​ມື​ກັບ ອົງ​ການ WWF ເພື່ອ​ຈັດ​ຕັ້ງ​ການ​ຝືກ​ອົບ​ຮົມ​ໃຫ້​ແກ່​ພາກ​ລັດ ແລະ ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ຂື້ນ​ກັບ​ລັດ​ຖານ ກ່ຽວ​ກັບ​ການ​ວິ​ເຄາະ​ຕະ​ຫຼາດ ແລະ ເຄື່ອງ​ປ່າ​ຂອງ​ດົງ. ການ​ຝຶກ​ອົບ​ຮົມ​ແມ່ນ​ເນັ້ນ​ໃສ່ ການ​ຄັດ​ເລືອກ​ພະ​ລິດ​ຕະ​ພັນ​ເຄື່ອງ​ປ່າ​ຂອງ​ດົງ​ ເພື່ອໃຫ້​ແທດ​ເໝາະ​ກັບ​ຕະ​ຫຼາດ ແລະ ມີ​ການແປ​ຮຸບ​ ເພື່ອ​ທີ່​ຈະ​ເພີ່ມ​ມຸນ​ຄ່າ​ຂອງ​ພະ​ລິດ​ຕະ​ພັນ ແລະ ເພີ່ມ​ລາຍ​ຮັບ​ໃຫ້​ຊຸມ​ຊົນ ໃນ​ບ້ານ​ເປົ້າ​ໝາຍ​ຂອງ​ໂຄງ​ການ.