RECOFTC Lao PDR
Stories

ການຮ່ວມມືລະຫວ່າງ ໂຮງຊອຍຊຽງທຸນ ແລະ ຊາວສວນ ເມືອງປາກທາ ແຂວງບໍ່ແກ້ວ ກ່ຽວກັບວຽກງານການຄຸ້ມຄອງໄມ້ສັກ

18 September 2017
RECOFTC Staff
Notes from the Field

ຫຼັງຈາກມີການຮ່ວມມືລະຫວ່າງໂຄງການ,ຫ້ອງການກະສິກຳປ່າໄມ້ ແລະ  ໂຮງຊອຍ ໃນການສົ່ງເສີມຊາວສວນໄມ້ສັກໃນການບໍລິຫານສວນປູກ ການຕັດສ່າງຂະຫຍາຍໄລຍະ ແລະ ການຕັດແຕ່ງກິ່ງ. ໂຮງຊອຍໄດ້ເກັບຊື້້ໄມ້ຄັ້ງນີ້ຈຳນວນ 40 ແມັດ ກ້ອນ ຈາກທັງໝົດ 9 ສວນ. ເຈົ້າຂອງສວນໄມ້ສັກບ້ານ ຄົກຫຼວງ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ຂາຍໄມ້ສັກ ຈາກການຕັດສ່າງຂະຫຍາຍໄລຍະໃຫ້ແກ່ໂຮງຊອຍໄມ່ສິງທຸນ ທີ່ໄດ້ສັນຍາເກັບຊື້ໄມ້ຈາກການຕັດສ່າງ.  ນີ້ ເປັນການສົ່ງເສີມຊາວສວນຜູ້ທີປູກໄມ້ສັກ ໄດ້ມີລາຍໄດ້ເພີ່ມຂື້ນ ຈາກການຕັດໄມ້ຂະໜາດນ້ອຍ ຈາກການຕັດສາງຂະຫຍາຍໄລຍະ ແລະ ປ້ອນຈຳນ່າຍເຂົ້າໂຮງຊອຍໄມ່ສິງທູນ.

ນີ້ເປັນວຽກໜື່ງ ໃນແບບແຜນ ແລະ ຍຸດທະສາດ ຂອງອົງການລີຄອບ ທີ່ໄດ້ເຮັດວຽກຮ່ວມກັບພາກເອກະຊົນ ໃນການຄູ້ມຄອງປ່າໄມ້ ແລະ ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ຢ່າງຮ່າງໄກສອກຫຼີກ ແລະ ຜູ້ທີ່ດ້ອຍໂອກາດ