RECOFTC

ເຮັດວຽກເພື່ອຄວາມຍຸດຕິທຳ ແລະຄວາມປອດໄພ ໃຫ້ແກ່ທຸລະກິດຂະໜາດນ້ອຍແລະ ແຮງງານໃນໂຮງງານປຸງແຕ່ງໄມ້ ຂອງ ສປປ ລາວ

16, November 2020
RECOFTC
ແຮງງານລາວຢູ່ໃນໂຮງງານປຸງແຕ່ງໄມ້ຂະໜາດນ້ອຍໄດ້ແບ່ງປັນປະສົບການທີ່ພວກເຂົາພົບຄວາມທ້າທາຍຈາກການຂາດການຝຶກອົບຮົມດ້ານຄວາມປອດໄພ ທີ່ເໝາະສົມ ລວມທັງການທີ່ເພດຍິງໄດ້ຮັບຄ່າຕອບແທນຕ່ຳກວ່າເພດຊາຍ

ສຳລັບແຮງງານໃນໂຮງງານເລື່ອຍໄມ້ຂະໜາດນ້ອຍ ຫຼື ໂຮງງງານເຟີນີເຈີງຂອງ ສ ປ.ປ ລາວ ຈຳນວນສ່ວນຫຼາຍ ແມ່ນຍັງບໍ່ສາມາດປະຕິບັດເງື່ອນໄຂດ້ານຄວາມຍຸດຕິທຳ. ໂຮງງານທີ່ຈ້າງງານຢູ່ສາມາດປິດການດຳເນີນທຸລະກິດໄດ້ຢ່າງກະທັນຫັນ ເຮັດໃຫ້ ແຮງງານຕ້ອງໄດ້ຊອກຫາວຽກໃໝ່.  ໃນບໍລິສັດທີ່ກຳລັງດຳເນີນກິດຈະການຢູ່ ສຳລັບແຮງງານເພດຊາຍນາຍຈ້າງມີການແບ່ງງານແມ່ນຈະໃຫ້ນຳໃຊ້ເຄື່ອງຈັກ ໜັກໂດຍບໍ່ໄດ້ຮັບການຝຶກອົບຮົມດ້ານຄວາມປອດໄພທີ່ເໝາະສົມ ແລະ ສຳລັບເພດຍິງ ນາຍຈ້າງອາດຈະຈ່າຍ ຄ່າຕອບແທນໃຫ້ຕ່ຳກວ່າເພດຊາຍ ເຖິງແມ່ນວ່າຈະເຮັດວຽກໃນໜ້າວຽກດຽວກັນ. ໃນກໍລະນີນີ້ນາຍຈ້າງຍັງຖືເບົາ ຕໍ່ລະບຽບກົດໝາຍ.

ຄວາມຮ່ວມມືກຳລັງຂະຫຍາຍຕົວລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ (EU) ສາມາດເຮັດໃຫ້ເກີດມີການປ່ຽນແປງ, ສົ່ງເສີມຄວາມເທົ່າທຽມບົດບາດຍິງ-ຊາຍ ແລະ ປັບປຸງສະພາບການເຮັດວຽກໂດຍການປະຕິບັດຕາມລະບຽບກົດໝາຍ. ແຕ່ຈາກການສຶກສາໃໝ່ຂອງອົງການລີຄອບ (RECOFTC) ໄດ້ສະແດງໃຫ້ເຫັນວ່າຍັງມີຄວາມສ່ຽງທີ່ຈະເກີດຜົນກະທົບທີ່ບໍ່ຄາດຄິດ ສຳລັບທຸລະກິດຂະໜາດນ້ອຍ ແລະ ຜູ້ອອກແຮງງານ.

ການແກ້ໄຂປັນຫາການເຮັດຜິດກົດໝາຍ

ໃນໄລຍະຊຸມປີຜ່ານມາ, ເປັນຊ່ວງເວລາທົດສອບສຳລັບທຸລະກິດດັ່ງກ່າວເນື່ອງຈາກ ສປປ ລາວ ໄດ້ດຳເນີນການ ເພື່ອສະກັດກັ້ນການລັກລອບຕັດໄມ້ຜິດກົດໝາຍ ແລະ ການຄ້າທີ່ກ່ຽວຂ້ອງ. ຕົວຢ່າງເຊັ່ນໃນປີ 2016 ທ່ານ ນາຍົກລັດຖະມົນຕີ. ທ່ານ ທອງລຸນ ສີສຸລິດ ໄດ້ອອກດຳລັດທີ 15/ນຍ (PMO15) ຊຶ່ງເປັນຂໍ້ຫ້າມສຳລັບການສົ່ງອອກໄມ້ທ່ອນ, ໂຈະການຕັດໄມ້ໃນປ່າຜະລິດ ແລະ ການຄວບຄຸມທີ່ເຂັ້ມງວດຍິ່ງຂຶ້ນໃນການຂົນສົ່ງໄມ້ແປຮູບ ແລະ ການຄ້າໄມ້.

Women in Lao PDR wood processing factory sand wood
ແຮງງານກຳລັງກົບໄມ້, ທີ່ໂຮງງານ ຮ່ວມໃຈ ເມືອງ ປາກລາຍ ແຂວງ ໄຊຍະບູລີ ວັນທີ 2 ກຸມພາ 2019

ໃນຂະນະທີ່ ດຳລັດທີ 15/ນຍ ມີເຈດຈຳນົງທີ່ດີ ແຕ່ໄດ້ເຮັດໃຫ້ໂຮງເລື່ອຍໄມ້ຂະໜາດນ້ອຍ ແລະ ໂຮງງານປຸງແຕ່ງໄມ້ຫຼາຍແຫ່ງຖືກປິດລົງ. ໃນປີ 2018 ໜັງສືພິມວຽງຈັນທາມ (Vientiane Times) ໄດ້ລາຍງານວ່າໂຮງງານປຸງແຕ່ງໄມ້ 349 ໃນຈຳນວນ 1,500 ແຫ່ງ ແລະ ໂຮງງານເຟີຮີເຈີໃນລະດັບຄອບຄົວຫຼາຍກວ່າ 1,000 ແຫ່ງໃນຈຳນວນ 1,178 ແຫ່ງ ໄດ້ປິດ ລົງເນື່ອງຈາກຄຳສັ່ງດັ່ງກ່າວ.

ດຳລັດທີ 15/ນຍ ເກີດຂຶ້ນທ່າມກາງການເຈລະຈາຢ່າງຕໍ່ເນື່ອງລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ (EU) ໃນ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ສປປ ລາວ ຈະໃຫ້ຄຳໝັ້ນສັນຍາໃນການກວດສອບຄວາມຖືກຕ້ອງດ້ານກົດໝາຍ ແລະ ການຄ້າໄມ້ກັບສະຫະພາບເອີຣົບ (EU) ໂດຍການເພີ່ມຄວາມເຂັ້ມງວດໃນການຄວບຄຸມຕ່ອງໂສ້ ການສະໜອງໄມ້, VPA ມີທ່າອຽງທີ່ຈະມີຜົນສະທ້ອນອັນໃຫ່ຍຫຼວງຕໍ່ທຸລະກິດຂະໜາດນ້ອຍ ແລະ ແຮງງານທັງເພດຊາຍ ແລະ ເພດຍິງ ທີ່ເຮັດວຽກຢູ່ໃນນັ້ນຄືກັນກັບການປະຕິບັດຄຳສັ່ງ ເລກທີ 15/ນຍ.

ຂະໜາດນ້ອຍທີ່ໝາຍເຖິງຄວາມສ່ຽງ

ໂຮງງານປຸງແຕ່ງໄມ້ຂະໜາດນ້ອຍຫຼາຍແຫ່ງໃນ ແຂວງ ໄຊຍະບູລີ ໄດ້ປະສົບກັບຄວາມຫຍຸ້ງຍາກຍ້ອນ ດຳລັດທີ 15/ນຍ ແລະ ຈັດຕັ້ງປະຕິບັດນິຕິກຳ ແລະລະບຽບການທີ່ກ່ຽວຂ້ອງກັບການບັງຄັບໃຊ້ດຳລັດດັ່ງກ່າວ. ໃນຈຳນວນ 111 ໂຮງງານ, ມີພຽງແຕ່ 26 ໂຮງງານເທົ່ານັ້ນ ທີ່ປະຕິບັດຖືກຕາມເກນມາດຕະຖານການຜະລິດໃນໂຮງງານ ໃນປີ 2009 ຂອງກະຊວງອຸດສະຫະກຳ ແລະ ການຄ້າ ກ່ຽວກັບມາດຕະຖານໂຮງງານອຸດສາຫະກຳປຸງແຕ່ງໄມ້. ສ່ວນອີກ 57 ໂຮງງານ ໄດ້ຖອນໃບອະນຸຍາດ ແລະ ປິດກິດຈະການ ໂດຍສະໝັກໃຈ, ໃນຂະນະທີ່ 28 ໂຮງງານ ຖືກແມ່ນໄດ້ເຈົ້າໜ້າທີ່ສັ່ງໃຫ້ປິດຕົວລົງເພາະບໍ່ເປັນໄປຕາມມາດຕະຖານ.

ການສຶກສາ ໃຫ້ຂໍ້ສັງເກດວ່າ ເຈົ້າໜ້າທີ່ບາງຄົນມີຄວາມຄິດວ່າ ວິສະຫະກິດທັງຂະໜາດກາງ ແລະ ຂະໜາດນ້ອຍ ຫຼາຍແຫ່ງໄດ້ປິດຕົວລົງຫຼັງຈາກທີ່ ດຳລັດທີ 15/ນຍ ມີຜົນນຳໃຊ້ ເນື່ອງຈາກວ່າພວກເຂົາບໍ່ຢາກປະຕິບັດຕາມລະບຽບກົດໝາຍ. ແຕ່ການສຶກສາຄົ້ນຄວ້ານີ້ ໄດ້ສະແດງໃຫ້ເຫັນວ່າ ຍ້ອນວ່າບໍລິສັດເຫຼົ່ານີ້ຂາດແຄນຊັບພະຍາກອນທີ່ຈຳເປັນ ໃນການປະຕິບັດຕາມຂໍ້ກຳນົດທາງກົດໝາຍ ແລະ ຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບປັບປຸງໂຮງງານ, ການລົງທະບຽນ ແລະ ການກວດກາ. 

ທຸລະກິດຂະໜາດນ້ອຍພຽງໃດ ກໍ່ຍິ່ງມີຄວາມສ່ຽງຫຼາຍເທົ່ານັ້ນ ອັນເນື່ອງມາຈາກຂາດຂໍ້ມູນ, ຊັບພະຍາກອນ ແລະ ຄວາມສາມາດໃນການປັບຕົວ ໃຫ້ເຂົ້າກັບສະຖານະການໄດ້ຢ່າງໄວວາ. ເວົ້າລວມແລ້ວ, ຄ່າໃຊ້ຈ່າຍໃນການປະຕິບັດຕາມກົດໝາຍ ແລະ ລະບຽບການຕ່າງໆນັ້ນ ແມ່ນບໍ່ສອດຄ່ອງຕໍ່ກັບຂະໜາດຂອງທຸລະກິດດັ່ງກ່າວ.

ການປະຕິບັດຕາມຮີດຄອງປະເພນີ, ວັດທະນະທຳ ແລະ ມາດຕະຖານການປະພຶດທາງດ້ານສັງຄົມເຮັດໃຫ້ບົດບາດ, ຜົນຕອບແທນ (ເງິນເດືອນ) ແລະ ຄວາມປອດໄພຂອງເພດຍິງ - ຊາຍ ທີ່ບໍ່ເທົ່າທຽມກັນ
 
ທ່ານ ນາງ Kalpana Giri

ໜ້າທີ່ຮັບຜິດຊອບ, ຄ່າຈ້າງ ແລະ ຄວາມປອດໄພ ທີ່ແຕກຕ່າງກັນ

ນັກວິໄຈຍັງໄດ້ພົບວ່າຄ່າແຮງງານ ລະຫວ່າງເພດຍິງ ແລະ ເພດຊາຍແມ່ນມີຄວາມແຕກຕ່າງກັນຫຼາຍ ເຖິງວ່າຈະມີໜ້າວຽກ ທີ່ຄ້າຍຄືກັນ. ໃນໂຮງງານແຫ່ງໜຶ່ງ, ເພດຍິງໄດ້ຮັບຄ່າແຮງງານໂດຍສະເລ່ຍ 1,507,455 ກີບ/ເດືອນ ສ່ວນເພດຊາຍແມ່ນ 2,796,154 ກີບ/ເດືອນ. ໃນຂະນະທີ່ເພດຍິງຫຼາຍຄົນໄດ້ຮັບເງິນຄ່າຕອບແທນຕ່ຳກວ່າເພດຊາຍ, ເພດຊາຍສ່ວນຫຼາຍມັກຈະມີຄວາມສ່ຽງທີ່ຈະເກີດອຸປະຕິເຫດຈາກໜ້າວຽກທີ່ເຂົາຖືກມອບໝາຍ ແລະ ຍັງຂາດການຝຶກອົບຮົມດ້ານຄວາມປອດໄພອີກດ້ວຍ.

ຜູ້ອອກແຮງງານທີ່ເຮັດວຽກສາຍການຜະລິດ ກ່າວວ່າ “ມີຫຼາຍຄົນໄດ້ຮັບບາດເຈັບໃນຂັ້ນຕອນນີ້”. “ແຕ່ວ່າບໍ່ມີການຝຶກອົບຮົມດ້ານຄວາມຄວາມປອດໄພໃນການນຳໃຊ້ເຄື່ອງຈັກໃຫ້ກ່ອນເລີຍ”. ມີຜູ້ອອກແຮງງານອີກທ່ານໜຶ່ງກ່າວຕື່ມອີກວ່າ “ວຽກນີ້ກໍໜັກຄືກັນ ກໍຄືພະນັກງານ ຂັບລົດຍົກ (Forklift) ຍັງບໍ່ໄດ້ຮັບການຝຶກອົບຮົມໃນການນໍາໃຊ້ອຸປະກອນຕ່າງໆຢ່າງຖືກຕ້ອງ ແລະ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການເຮັດວຽກ”

ທ່ານ ນາງ ກາປານາ ກີຣິ (Kalpana Giri) ພະນັກງານຂັ້ນແຜນງານ ຜູ້ອາວຸໂສ ຂອງອົງການລີຄອບ ໄດ້ກ່າວວ່າ: ການປະຕິບັດຕາມຮີດຄອງປະເພນີ, ວັດທະນະທຳ ແລະ ມາດຕະຖານການປະພຶດທາງດ້ານສັງຄົມເຮັດໃຫ້ບົດບາດ, ຜົນຕອບແທນ (ເງິນເດືອນ) ແລະ ຄວາມປອດໄພຂອງເພດຍິງ - ຊາຍ ທີ່ບໍ່ເທົ່າທຽມກັນ. 

ທ່ານ ນາງ ກາປານາ ກີຣິ (Kalpana Giri) ພະນັກງານຂັ້ນແຜນງານ ຜູ້ອາວຸໂສ ຂອງອົງການລີຄອບ ໄດ້ກ່າວວ່າ: ການປະຕິບັດຕາມຮີດຄອງປະເພນີ, ວັດທະນະທຳ ແລະ ມາດຕະຖານການປະພຶດທາງດ້ານສັງຄົມເຮັດໃຫ້ບົດບາດ, ຜົນຕອບແທນ (ເງິນເດືອນ) ແລະ ຄວາມປອດໄພຂອງນາງຍັງກ່າວຕື່ມອີກວ່າ: “ ມີມາດຕະຖານການປະພຶດທາງດ້ານສັງຄົມກ່ຽວກັບວຽກງານປ່າໄມ້ ແລະ ບົດບາດຕ່າງໆ ຂອງເພດຍິງ”. “ ວຽກງານປ່າໄມ້ຖືກກຳນົດວ່າເປັນວຽກທີ່ໜັກ ແລະ ຜູ້ຊາຍເທົ່ານັ້ນ ທີ່ເໝາະສົມໃນການເຮັດວຽກດັ່ງກ່າວ“. ສິ່ງເຫຼົ່ານີ້ ມີຜົນກະທົບເຮັດໃຫ້ ເພດຍິງ ແລະ ເພດຊາຍຖືກກຳນົດວ່າຈະຕ້ອງປະຕິບັດຄື ໂດຍທົ່ວໄປແລ້ວ, ເພດຊາຍຄວນຈະເປັນຜູ້ທີ່ເຮັດວຽກໜັກ ສ່ວນເພດຍິງເຫັນວ່າຄວນຈະມີບົດບາດເປັນຜູ້ຊ່ວຍເຫຼືອ. ຊຶ່ງເພດຍິງ - ຊາຍ ບໍ່ເທົ່າທຽມກັນ. 

ເຖິງຢ່າງໃດກໍ່ຕາມ, ກອບວຽກງານດ້ານກົດໝາຍ ແຫ່ງ ສປປ ລາວ ລະບຸວ່າ: ເພດຊາຍ ແລະ ເພດຍິງ ຕ້ອງໄດ້ຮັບຄ່າຈ້າງ ແລະ ສິດທິເທົ່າທຽມກັນຕໍ່ການໄດ້ຮັບໂອກາດໃນການຈ້າງງານ ແລະ ຄວາມປອດໄພໃນໜ້າວຽກ ແຕ່ສິດທິດັ່ງກ່າວຍັງບໍ່ທັນທົ່ວເຖິງ, ໂດຍສະເພາະຢູ່ໃນກຸ່ມທຸລະກິດຂະໜາດນ້ອຍ ແລະ ນອກນັ້ນກົດໝາຍວ່າດ້ວຍແຮງງານ ແມ່ນຍັງບໍ່ທັນມີການປະຕິບັດໄດ້ດີເທົ່າທີ່ຄວນ.

Lao PDR civil society representatives discuss FLEGT VPA
ທ່ານ ຄຳຜຸຍ ໄຊທະລາດ, ສູນພັດທະນາການຮຽນຮູ້ແບບມີສ່ວນຮ່ວມ, ໄດ້ໂອ້ລົມກັບ ທ່ານ ນາງ ມະລິ ອິນທິລາດວົງສີ, ສະມາຄົມ ພັດທະນາບົດບາດຍິງ - ຊາຍ, ທີ່ກອງປະຊຸມ ອົງການຈັດຕັ້ງສັງຄົມລາວໃນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (Lao CSO FLEGT Network), ເພື່ອກະກຽມ

ນິຍາມດ້ານກົດໝາຍ

ນິຍາມດ້ານກົດໝາຍຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ອາດສາມາດຊ່ວຍແກ້ໄຂບັນຫານີ້ໄດ້, ແຕ່ສັນຍາດັ່ງກ່າວ ຄວນຍຶດໝັ້ນຕໍ່ກັບ ສະຖານະການປັດຈຸບັນ, ເພາະວ່າຂັ້ນຕອນການເຈລະຈາຂອງສັນຍາແມ່ນລວມເອົາ ການພັດທະນານິຍາມຄວາມຖືກຕ້ອງທາງດ້ານກົດໝາຍໂດຍອີງໃສ່ກົດໝາຍ ແລະ ກົດລະບຽບທີ່ກຳນົດໄວ້ ແລະ ບັງຄັບໃຊ້ຜ່ານລະບົບຕ່ອງໂສ້. ນັ້ນໝາຍຄວາມວ່າ ສັນຍາ VPA ບໍ່ພຽງແຕ່ສາມາດແກ້ໄຂການຕັດໄມ້ທີ່ຜິດກົດໝາຍແຕ່ຍັງສາມາດ ບັນລຸເປົ້າໜາຍທາງສັງຄົມໄດ້ອີກດ້ວຍ ເຊັ່ນ: ການປ້ອງກັນຄວາມສ່ຽງທີ່ທຸລະກິດຂະໜາດນ້ອຍຈະປິດຕົວລົງ ແລະ ປັບປຸງບັນດາເງື່ອນໄຂສຳລັບເພດຍິງ ແລະ ເພດຊາຍ ທີ່ເຮັດວຽກໃນຂະແໜງຜະລິດໄມ້ແປຮູບ. ໝາຍຄວາມວ່າ ຖ້ານິຍາມດ້ານກົດໜາຍຂອງສັນຍາ VPA ບໍ່ສາມາດແກ້ໄຂບັນຫາ ການຈຳແນກຄ່າແຮງງານ, ບັນດາຄວາມສ່ຽງດ້ານຄວາມປອດໄພໃນການເຮັດວຽກ ແລະ ມາດຕະຖານພຶດຕິກຳທາງສັງຄົມກໍ່ຈະຍັງຄົງຢູ່. 

ທ່ານ ນາງ ກີຣິ (Giri) ໄດ້ກ່າວຕື່ມວ່າ: ການສຶກສາຂອງອົງການລີຄອບ (RECOFTC) ໄດ້ສະໜອງ ຫຼັກຖານທີ່ອົງການຈັດຕັ້ງສັງຄົມ ສາມາດນໍາໃຊ້ໃນການສະໜັບສະໜູນການປ່ຽນແປງໃຫ້ແກ່ການຮ່າງນິຍາມດ້ານກົດໝາຍຂອງ VPA.

ທ່ານ ນາງ ກີຣິ (Giri) ໄດ້ກ່າວວ່າ: “ພວກເຮົາມີຂໍ້ສະເໜີທີ່ຈະແຈ້ງແລ້ວວ່າຕົວຊີ້ວັດໃດ ແລະ ເຫດຜົນອັນໃດທີ່ຈຳເປັນ”. “ນອກຈາກນີ້ຍັງຈຳເປັນຕ້ອງຄຸ້ມຄອງທຸລະກິດຂະໜາດນ້ອຍທີ່ມີທ່າອຽງທີ່ຈະປິດຕົວລົງ ເນື່ອງຈາກນະໂຍບາຍທີ່ມີຢູ່ ແລະ ການສົນທະນາທາງການຕະຫຼາດນັ້ນເປັນທີ່ນິຍົມ”.

ຕົວຢ່າງ, ນິຍາມດ້ານກົດໝາຍ ສາມາດຮຽກຮ້ອງໃຫ້ທຸລະກິດກຳນົດສິດ ແລະ ສິດທິຂອງພະນັກງານເພດຊາຍ ແລະ ເພດຍິງ ຢ່າງຈະແຈ້ງ, ລວມທັງສິດທິຜົນຕອບແທນທີ່ເທົ່າທຽມກັນ, ການໃຊ້ອຸປະກອນປ້ອງກັນສຳລັບບຸກຄົນ ແລະ ການຈັດຝຶກອົບຮົມ. 

ເມື່ອໄດ້ມີການເຈລະຈາກັນແລ້ວ, ສັນຍາ VPA ໄດ້ລະບຸໄວ້ວ່າ: ອົງການຈັດຕັ້ງໃນ ສ ປປ ລາວ ຄວນຊີ້ນຳໃນການປະຕິບັດຕໍ່ກັບກົດໝາຍແບບໃດ, ເມື່ອປະຕິບັດໄດ້ເຕັມຮູບແບບແລ້ວ, ລະບົບຮັບປະກັນຄວາມຖືກຕ້ອງດ້ານກົດໝາຍວ່າດ້ວຍ ປ່າໄມ້ຂອງສັນຍາ VPA ຈະອອກໃບອະນຸຍາດສົ່ງອອກພຽງຜູ້ດຽວໃຫ້ແກ່ຜະລິດຕະພັນຈາກບໍລິສັດທີ່ສອດຄ່ອງກັບ ກົດໝາຍ ແລະ ສະຫະພາບເອີຣົບຈະປະຕິເສດຜະລິດຕະພັນທີ່ບໍ່ມີໃບອະນຸຍາດດັ່ງກ່າວ.

ບົດຮຽນຈາກ PMO15

ທ່ານ ນາງ ກິຣິ (Giri) ກ່າວໄວ້ວ່າ ໃນຂະນະທີ່ປະຕິບັດຕາມກົດໝາຍເປັນສິ່ງທີ່ປາດຖະໜາ, ແຕ່ສັນຍາ VPA ກໍ່ຍັງສາມາດ ສ້າງຄວາມທ້າທາຍໃໝ່ຖ້ານຳມາຈັດຕັ້ງປະຕິບັດຕົວຈິງ. ຈາກປະສົບການ ການປະຕິບັດດຳລັດທີ 15/ນຍ ສະແດງ ໃຫ້ເຫັນວ່າທຸລະກິດຂະໜາດນ້ອຍອາດຈະພົບກັບອັນຕະລາຍທີ່ບໍ່ຄາດຄິດ. ຖ້າສັນຍາຂອງ VPA ແມ່ນເພື່ອແກ້ໄຂ ຄວາມບໍ່ສະເໝີພາບດ້ານບົດບາດຍິງ-ຊາຍ ແລະ ການມີສ່ວນຮ່ວມຈາກສັງຄົມ, ກໍ່ຈະຕ້ອງຮຽກຮ້ອງການກໍານົດມາດຕະຖານຫຼາຍຂຶ້ນ. ໃນຂະນະທີ່ທຸລະກິດຂະໜາດໃຫຍ່ຈະສາມາດປະຕິບັດຕາມຂໍ້ກໍານົດ ດັ່ງກ່າວໄດ້ແຕ່ທຸລະກິດຂະໜາດນ້ອຍມີທ່າອຽງທີ່ພົບກັບຄວາມຫຍຸ້ງຍາກ.

ທ່ານ ນາງມະນີໄລ ທິບພະລັງສີ (Manilay Thiphalansy), ຫົວໜ້າໂຄງການ ສ້າງຄວາມເຂັ້ມແຂງໃຫ້ກັບອົງການຈັດຕັ້ງສັງຄົມ (NSAs) ສໍາລັບວຽກງານຄຸ້ມຄອງປ່າໄມ້ ໃນພາກພື້ນແມ່ນ້ຳຂອງ (V4MF), ອົງການລີຄອບ ໄດ້ກ່າວວ່າ: “ເພື່ອຫຼຸດຜ່ອນຄວາມສ່ຽງດັ່ງກ່າວ ລັດຖະບານຄວນສ້າງແຮງຈູງໃຈການຊຸກຍູ້ເຊັ່ນ: ການຫຼຸດຜ່ອນພາສີໃຫ້ກັບທຸລະກິດຕ່າງໆ ໂດຍສະເພາະທຸລະກິດຂະໜາດນ້ອຍທີ່ປະຕິບັດໄປຕາມນະໂຍບາຍ ແລະ ກົດໝາຍ”. ນອກຈາກນີ້ລາວ ຍັງໄດ້ກ່າວຕື່ມອີກວ່າ: “ລັດຖະບານຄວນຈັດລະບົບເພື່ອຕິດຕາມການກວດສອບນະໂຍບາຍທີ່ມີຜົນກະທົບຕໍ່ຜູ້ອອກແຮງງານ, ທຸລະກິດ, ແລະ ໃຫ້ມີການຝຶກອົບຮົມກ່ຽວກັບຄວາມປອດໄພໃນສະຖານທີ່ເຮັດວຽກ ແລະ ການຜະລິດບັນດາຜະລິດຕະພັນໄມ້ສຳເລັດຮູບທີ່ມີຄຸນະພາບ”. 

ທ່ານ ນາງ ມະນີໄລ ໄດ້ກ່າວອີກວ່າ:  “ທຸລະກິດຕ່າງໆຈຳຕ້ອງມີນະໂຍບາຍທີ່ຈະແຈ້ງຊັດເຈນ ເພື່ອຮັບປະກັນວ່າ ພະນັກງານໃໝ່ທຸກຄົນແມ່ນໄດ້ຮັບການຝຶກອົບຮົມໃຫ້ເຂົ້າໃຈກ່ຽວກັບສຸຂະພາບ ແລະ ຄວາມປອດໄພໃນການເຮັດວຽກ ເພື່ອທີ່ພວກເຂົາຈະໄດ້ຮັບອຸປະກອນປ້ອງກັນຕົນເອງ”. “ທຸລະກິດຕ່າງໆຕ້ອງມີຄວາມໂປ່ງໃສ ໃນເລື່ອງຄ່າຈ້າງແຮງງານສຳລັບໜ້າວຽກຕ່າງໆ, ສິ່ງເຫຼົ່ານີ້ສາມາດກະຕຸ້ນໃຫ້ເພດຍິງມີບົດບາດໃໝ່ໆ, ບໍ່ແມ່ນມີແຕ່ໜ້າວຽກຂັດຖູໄມ້ ແລະ ຜະລິດຕະພັນຕົກແຕ່ງສຳເລັດຮູບເທົ່ານັ້ນ.”

ການປ້ອງກັນທຸລະກິດຂະໜາດນ້ອຍ

ຄວາມຈິງທີ່ວ່າ ດຳລັດທີ 15/ນຍ ສ້າງຄວາມປະຫຼາດໃຈໃຫ້ກັບທຸລະກິດຂະໜາດນ້ອຍຈຳນວນຫຼາຍເຮັດໃຫ້ເຫັນວ່າມີ ຄວາມຈຳເປັນຕ້ອງແຈ້ງໃຫ້ພວກເຂົາຮັບຮູ້ກ່ຽວກັບ VPA. 

ນາງ ມະນີໄລ ໄດ້ກ່າວໄວ້ວ່າ: “ສິ່ງທ້າທາຍແມ່ນການສື່ສານ”. ທຸລະກິດຂະໜາດນ້ອຍຈຳເປັນຕ້ອງມີຄຳແນະນຳທີ່ ສຳຄັນກ່ຽວກັບການປະຕິບັດຕາມລະບຽບກົດໝາຍ. 

ນາງ ກິຣິ (Giri) ຍອມຮັບວ່າ, ໃນຄວາມເປັນຈິງຂອງ VPA ຈະຕ້ອງເນັ້ນການແຈ້ງຂ່າວສານຫຼາຍກວ່າເກົ່າ, ການມີສ່ວນຮ່ວມ ແລະ ປົກປ້ອງບໍລິສັດເຫຼົ່ານັ້ນ. ແລະ “ເຄື່ອງມືດ້ານນະໂຍບາຍຄວນໄດ້ຮັບການຄຸ້ມຄອງຢ່າງຊັດເຈນ ແລະ ຊັດເຈນທີ່ສຸດເທົ່າທີ່ຈະເຮັດໄດ້,”. 

ນາງ ກິຣິ (Giri) ຊີ້ໃຫ້ເຫັນວ່າເກືອບ 70 ສ່ວນຮ້ອຍ ຂອງວິສາຫະກິດໃນຂະແໜງການຄ້າໄມ້ຂອງລາວເປັນບໍລິສັດ ຂະໜາດນ້ອຍ ຫຼື ຂະໜາດກາງ ທີ່ບໍ່ຄ່ອຍໄດ້ຮັບຄວາມສົນໃຈເມື່ອທຽບກັບບໍລິສັດຂະໜາດໃຫ່ຍ.

ເພິ່ນໄດ້ກ່າວວ່າ: “ຂ້ອຍເຫັນວ່າພວກເຂົາບໍ່ໄດ້ຮັບຄວາມໃສ່ໃຈ”. ” ພວກເຂົາແມ່ນຜູ້ທີ່ປະສົບກັບຜົນກະທົບເນື່ອງຈາກຊ່ອງຫວ່າງ ໃນການຈັດຕັ້ງປະຕິບັດ”. ພວກເຮົາຈະນໍາເອົາສິ່ງເຫຼົ່ານີ້ເຂົ້າສູ່ການພິຈາລະນາໄດ້ແນວໃດ? ຂ້າພະເຈົ້າຢາກເຫັນການດຳເນີນການທີ່ເອົາໃຈໃສ່ຫຼາຍຂຶ້ນ ໂດຍສອດຄ່ອງກັບຂະບວນການເຮັດ VPA.

###

 

ເລື່ອງນີ້ຖືກຜະລິດຂຶ້ນໂດຍການສະໜັບສະໜູນ ດ້ານການເງິນຂອງສະຫະພາບເອີຣົບ. ເນື້ອໃນຂອງເລື່ອງແມ່ນສະແດງ ໃຫ້ເຫັນເຖິງຄວາມຮັບຜິດຊອບຂອງອົງການລີຄອບ (RECOFTC )ແຕ່ພຽງຜູ້ດຽວ ແລະ ບໍ່ຈໍາເປັນຕ້ອງສະທ້ອນເຖິງຄວາມຄິດເຫັນຂອງ ສະຫະພາບເອີຣົບ. ສຳລັບຂໍ້ມູນເພີ່ມເຕີມທີ່ກ່ຽວຂ້ອງ ແລະ ກິດຈະກຳອື່ນໆໂດຍການສະໜັບສະໜຸນຂອງສະຫະພາບເອີຣົບ ໃນໂຄງການ ສ້າງຄວາມເຂັ້ມແຂງໃຫ້ກັບອົງການຈັດຕັ້ງສັງຄົມ (NSAs) ສໍາລັບວຽກງານຄຸ້ມຄອງປ່າໄມ້ໃນພາກພື້ນແມ່ນ້ຳຂອງ  ສາມາດເຂົ້າໄປທີ່ເວັບໄຊ໌ page.

ວຽກງານຂອງອົງການລີຄອບ (RECOFTC) ແມ່ນເກີດຂຶ້ນໄດ້ໂດຍການສະໜັບສະໜູນຈາກ ອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດ (SDC) ແລະ ອົງການຮ່ວມມືເພື່ອການພັດທະນາສາກົນຂອງຊູແອດ (Sida).