Welcome To RECOFTC Publications

ຄວາມຮູ້ເບື້ອງຕົ້ນກ່ຽວກັບການຟື້ນຟູພູມີທັດປ່າໄມ້ ໃນອາຊີຕາເວັນອອກສ່ຽງໃຕ້

Date
01 Oct 2020
Authors
Lok Mani Sapkota, Trang Thu Hoang
Publisher
RECOFTC
Serial No.
0000384
Hướng dẫn phục hồi cảnh quan rừng

ຄູ່ມືແນະນຳສະບັບນີ້ ຜະລິດຂຶ້ນສຳລັບຜູ້ທີ່ເຮັດວຽກປ່າໄມ້ ໃນຊຸມຊົນທ້ອງຖິ່ນ, ລັດຖະບານ, ພາກເອກະຊົນ, ອົງການຈັດຕັ້ງສັງຄົມ ແລະ ນັກວິຊາການໃນອາຊີຕາເວັນອອກສ່ຽງໃຕ້. ຊຶ່ງອະທິບາຍເຖິງພື້ນຖານຂອງການຟື້ນຟູພູມີທັດປ່າໄມ້ (Forest Landscape Restoration ຫຼື FLR) ແລະເປັນຈຸດເລີ່ມຕົ້ນຂອງການສຳຫຼວດ ແລະ ອອກແບບໂຄງການ FLR ໃນອະນາຄົດ.

FLR ແມ່ນຂະບວນການໜຶ່ງ ທີ່ປະຊາຊົນ, ລັດຖະບານ ແລະ ພາກສ່ວນອື່ນໆສາມາດຈັດຕັ້ງປະຕິບັດ ເພື່ອຟື້ນຟູລະບົບນິເວດວິທະຍາ ແລະ ເສີມຂະຫຍາຍຄວາມຢູ່ດີກິນດີຂອງປະຊາຊົນ ໃນພື້ນທີ່ປ່າໄມ້ທີ່ຖືກທຳລາຍ ຫຼື ປ່າທີ່ເສື່ອມໂຊມ. FLR ເປັນໄດ້ຫຼາຍກວ່າການສົ່ງເສີມໃຫ້ປູກຕົ້ນໄມ້ ໂດຍສຸມໃສ່ການຟື້ນຟູພູມີທັດໂດຍລວມ ເພື່ອຕອບສະໜອງຄວາມຕ້ອງການໃນປະຈຸບັນແລະໃນອະນາຄົດ ແລະ ຍັງສ້າງປະໂຫຍດຫຼາຍດ້ານ ລວມທັງການນຳໃຊ້ທີ່ດິນອີກດ້ວຍ.

ຄູ່ມືເຫຼັ້ມນີ້ ຊີ້ໃຫ້ເຫັນການສ້າງແຜນທີ່ ແລະ ການພົວພັນລະຫວ່າງພາກສ່ວນກ່ຽວຂ້ອງ, ເລື່ອງທີ່ລະອຽດອ່ອນທາງເພດ, ການແບ່ງປັນຜົນປະໂຫຍດ, ການເງິນແລະດ້ານອື່ນໆຂອງ FLR. ລວມເອົາຂໍ້ມູນ ສຳລັບຜູ້ທີ່ເຮັດວຽກປ່າໄມ້ເປັນຕົ້ນແມ່ນເຄື່ອງມືການຮຽນຮູ້ ແລະ ການຈັດຕັ້ງປະຕິບັດ FLR, ແລະ ເອກະສານອື່ນທີ່ໜ້າສົນໃຈໃນການຄົ້ນຄວ້າຕໍ່ໜ້າ.