Change the training, change everything

05 July 2021
RECOFTC
Talk of the Forest
ໂຄງການ WAVES ຂັ້ນລິເລີ່ມໄດ້ສ້າງຄວາມແຕກຕ່າງເພື່ອຄວາມສະເໝີພາບວຽກງານບົດບາດຍິງ-ຊາຍ ໃນພາກພື້ນ ອາຊີ-ປາຊິຟິກ ຄືແນວໃດ?

ໃນປີ 2019 ກ່ອນທີ່ເຊື້ອພະຍາດໂຄວິດ-19 ແຜ່ລະບາດໃນທົ່ວໂລກ ນາງ ມາດຮາ ທິລາ (Mardha Tillah) ໄດ້ເດີນທາງໄປ ບາງກອກ ເພື່ອເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບການເປັນຜູ້ນຳ ໃນວຽກງານບົດບາດຍິງ-ຊາຍ. ໃນເວລານັ້ນ, ນາງດຳລົງຕຳແໜ່ງເປັນຫົວໜ້າສະຖາບັນປ່າໄມ້ ແລະ ສິ່ງແວດລ້ອມ ຂອງ ປະເທດອິນໂດເນເຊັຽ (RMI-Indonesian Institute)..

ນາງ ທິລາ ກ່າວວ່າ: “ການສົນທະນາ ໃນເບື້ອງຕົ້ນ ແມ່ນເນັ້ນໃສ່ ການມີສະຕິ ແລະ ການຮັບຮູ້ໃນຕົນເອງ. ໃນເບຶ້ອງຕົ້ນ ຂ້າພະເຈົ້າ ບໍ່ເຂົ້າໃຈວ່າ ຫົວຂໍ້ນີ້ ກ່ຽວຂ້ອງກັບການເປັນຜູ້ນຳຄືແນວໃດ”

ເວລາດຳເນີນກອງປະຊຸມໄປໄລຍະໜຶ່ງ ຈຶ່ງຄ່ອຍເລີ່ມມີຄວາມເຂົ້າໃຈແຈ້ງຕື່ມ ແລະ ນາງ ທີລາ ເອີ້ນຊ່ວງນັ້ນວ່າ “ໂອ...ເຂົ້າໃຈລະ”.

ນາງ ທິລາ ກ່າວຕື່ມອີກວ່າ “ຂ້າພະເຈົ້າ ຕື່ນເຕັ້ນຫຼາຍ. ການຝຶກອົບຮົມ ເນັ້ນໃສ່ ການຮັບຮູ້ກ່ຽວກັບຕົນເອງ ແລະ ການຕິລາຄາຕົນເອງ ກ່ຽວວຽກງານບົດບາດຍິງ-ຊາຍ ເພື່ອສ້າງຄວາມເຂົ້າໃຈເບື້ອງຕົ້ນ ກ່ຽວກັບ ຄວາມເຂົ້າໃຈເບື້ອງຕົ້ນຂອງ ເພດຊາຍ ຫຼື ເພດຍິງ ເຊິ່ງເປັນບາດກ້າວທຳອີດເພື່ອກ້າວໄປສູ່ການເປັນຜູ້ນຳທີ່ເຂັ້ມແຂງ. 
ຕະລອດໄລຍະ 5 ວັນ ຂອງການຝຶກອົບຮົມ ຂ້າພະເຈົ້າ ນຶກເຖິງບັນດາຜູ້ນຳຄົນອຶ່ນໆ ຈະມີໂອກາດນີ້ເພື່ອສ້າງຄວາມເຂົ້າໃຈກ່ຽວກັບບົດບາດຍິງ-ຊາຍ” ຄືກັນ.

ນາງໄດ້ສົ່ງຂໍ້ຄວາມຫາເພື່ອນຮ່ວມງານ, ແມ່ ແລະ ສາມີ ວ່າ “ຂໍພຽງແຕ່ໃຫ້ ພວກເຮົາສາມາດຈັດການປະຊຸມລັກສະນະນີ້ ຢູ່ປະເທດ ອິນໂດເນເຊັຽ ແລະ ທຸກຄົນຈະເຫັນການປ່ຽນແປງໃນທາງບວກ”.

ຂັບເຂື່ອນກະແສນໍ້າທຳອິດ

ນາງ ທີລາ ແລະ ຜູ້ເຂົ້າຮ່ວມກອງປະຊຸມອຶ່ນໆ 30 ທ່ານ ເປັນຜູ້ນຳດ້ານວຽກງານບົດບາດຍິງ-ຊາຍ ຊຸດທຳອິດທີ່ເຂົ້າຮ່ວມໂຄງການ ເວັບສ໌ (WAVES). ເຊີ່ງຫຍໍ້ມາຈາກ ໂຄງການ ເສີມຂະຫຍາຍການເປັນຜູ້ນຳ ເພື່ອສົ່ງເສີມຄວາມສະເໝີພາບບົດບາດຍິງ-ຊາຍ (Weaving Leadership for Gender Equality).

ຜູ້ເຂົ້າຮ່ວມກອງປະຊຸມ ລ້ວນແລ້ວແຕ່ມີປະສົບການທີ່ຫຼາກຫຼາຍ ແລະ ກວ້າງຂວາງ: ມີທັງ ຊ່ຽວຊານເຕັກນິກ ຮອດ ເຈົ້າໜ້າທີ່ຂອງລັດຖະບານຈາກປະເທດ ກຳປູເຈຍຈັຽ, ອິນໂດເນເຊຍຊັຽ, ສປປ ລາວ, ມຽນມາ, ເນປານ, ໄທ ແລະ ສສ ຫວຽດນາມ. ນອກນັ້ນຍັງມີ ພະນັກງານລັດຖະບານ, ນັກການເມືອງ, ປັນຍາຊົນ, ຫົວໜ້າອົງການຈັດຕັ້ງທາງສັງຄົມ, ຜູ້ຈັດການທຸລະກິດ ແລະ ນັກຂ່າວ.

ຜູ້ເຂົ້າຮ່ວມ ສ່ວນຫຼາຍເປັນແມ່ຍິງ ແຕ່ກໍມີ ຜູ້ເຂົ້າຮ່ວມຜູ້ຊາຍ. ບາງຄົນ ມີໜ້າທີ່ຮັບຜິດຊອບວຽກງານການພັດທະນາບົດບາດຍິງ-ຊາຍ. ບາງຄົນເຄີຍໄດ້ຍິນຄຳວ່າ “ຄວາມສະເໝີພາບລະຫວ່າງຍິງ-ຊາຍ” ແຕ່ບໍ່ມີຄວາມຮູ້ກ່ຽວກັບຫົວຂໍ້ນີ້ ຫຼາຍປານໃດ.

Watch WAVES video

ຜູ້ຝຶກອົບຮົມ ມີນະໂຍບາຍ, ໂຄງການ ຫຼື ຄວາມຄິດທີ່ຢາກປະຕິບັດ ເພື່ອສ້າງໂອກາດໃຫ້ແມ່ຍິງ ,ໄດ້ມີສ່ວນຮ່ວມ ໃນຂະບວນການຕັດສິນບັນຫາ ກ່ຽວກັບປ່າໄມ້ ເທົ່າທຽມກັບ ຜູ້ຊາຍ. 

ນາງ ກາລປານາ ກິຣີ (Kalpana Giri), ຊ່ຽວຊານປ່າໄມ້ ທັງເປັນຜູ້ຊີ້ນຳໂຄງການ ເວັບ ຢູ່ ອົງການ ລີຄອບ (RECOFTC) ກ່າວວ່າ: “ທຸກຄົນ ຢາກໃຫ້ມີການຮັບຮູ້ບົດບາດແມ່ຍິງຈາກວຽກງານທີ່ເຂົາໄດ້ເຮັດ ແລະ ໃຫ້ເຂົາເຈົ້າມີກາລະໂອກາດຫຼາຍຂຶ້ນ ໃນການມີປະສົບການໂດຍກົງ ເພື່ອໃຫ້ຄຳແນະນຳທາງດ້ານນະໂຍບາຍ”. ເຂົາເຈົ້າຢາກຮັບຟັງຄວາມຄິດຂອງແມ່ຍິງໃນຊຸມຊົນ ເພື່ອສະທ້ອນໃຫ້ເຫັນຜົນປະໂຫຍດຂອງແມ່ຍິງໃນ ແຜນການການຄຸ້ມຄອງ ແລະ ນະໂຍບາຍກ່ຽວກັບປ່າໄມ້. ນອກນັ້ນ, ຍັງຢາກໃຫ້ຮັບຮູ້ພາລະບົດບາດຂອງ ແມ່ຍິງ ໃນການເຮັດວຽກລາດຕະເວນ ແລະ ປົກປ້ອງປ່າໄມ້”.

ແຕ່ເຖິງວ່າ ຜູ້ເຂົ້າຮ່ວມ ຈະມີຄວາມຄາດຫວັງສູງກໍ່ຕາມ ພວກເຂົາເຈົ້າ ແມ່ນຍັງປະເຊີນກັບອຸປະສັກ ທີ່ເຮັດໃຫ້ບໍ່ສາມາດບັນລຸເປົ້າໝາຍຂອງຕົນ.

ຫັນປ່ຽນກະແສນໍ້າ

ຕະລອດໄລຍະ 30 ປີທີ່ຜ່ານມາ, ອົງການ ລີຄອບ (RECOFTC) ເຮັດໜ້າທີ່ຊຸກຍູ້ຄວາມເປັນເຈົ້າການຂອງຊຸມຊົນ ທີ່ໃກ້ຊິດຕິດແທດກັບປ່າໄມ້ ເພື່ອຄຸ້ມຄອງ, ອະນຸລັກປ່າໄມ້ ແລະ ດິນທາມ ທີ່ເຂົ້າເຈົ້າອາໄສເພື່ອຄວາມຢູ່ລອດ ແລະ ການຈະເລີນເຕີບໂຕ. ຕໍ່ກັບວຽກງານດັ່ງກ່າວ, ສ່ວຍຫຼາຍຈະແມ່ນ ເຈົ້າໜ້າທີ່ເພດຊາຍ ທີ່ເປັນຜູ້ຕັດສິນໃຈ. 

ນາງ ກິຣີ ກ່າວວ່າ: “ໃນຂະແໜງການຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນທຳມະຊາດ, ຄວາມໝາຍໝັ້ນຂອງຊາດ ໃນການຮັບປະກັນຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ໄດ້ປະເຊີນກັບສິ່ງກີດຂວາງຕ່າງໆນາໆ ຄືກັນກັບກຳແພງກັ້ນທີ່ບໍ່ມີຕົວຕົນ.

ຜູ້ກ່ຽວ ກ່າວຕື່ມອີກວ່າ: “ບໍ່ມີຜູ້ໃດເວົ້າວ່າ ບໍ່ຢາກເຮັດວຽກກ່ຽວກັບບົດບາດຍິງ-ຊາຍ. ທຸກຄົນເວົ້າເປັນສຽງດຽວວ່າ ບົດບາດຍິງ-ຊາຍ ມີຄວາມສຳຄັນຫຼາຍ ແຕ່ບໍ່ມີງົບປະມານເພື່ອເຮັດວຽກນີ້”.

ດ້ວຍເຫດນີ້, ນາງ ກິຣິ ຈຶ່ງຊອກຫາທຸກວິທີທາງ ເພື່ອທັບມ້າງກຳແພງກັ້ນທີ່ບໍ່ມີຕົວຕົນນີ້.

ໃນຂັ້ນທຳອິດ, ນາງຕັດສິນໃຈ ດຳເນີນການຝຶກອົບຮົມກ່ຽວກັບບົດບາດຍິງ-ຊາຍ. ໂຄງການ ເວັບສ໌ ໄດ້ກາຍເປັນເຄືອຂ່າຍການຝຶກອົບຮົມ ແລະ ການພັດທະນາ ການເປັນຜູ້ນຳ ໄລຍະ 3 ປີ ໂດຍໃຫ້ການສະໜັບສະໜູນທາງດ້ານການເງິນ ແລະ ສະໜັບສະໜູນດ້ານຈິດໃຈ.

ຫລັງຈາກນັ້ນ, ວິທີປະຕິບັດຂອງ ໂຄງການ ເວັບສ໌ ໄດ້ນຳໃຊ້ຕົວແບບການຂອງເປັນຜູ້ນຳທາງດ້ານການພົວພັນກັນ ໂດຍເນັ້ນໃສ່ການພົວພັນຄົນກັບຄົນມາເປັນແຮງບັນດານໃຈໃນການເຮັດວຽກ. ການເປັນຜູ້ນຳໃນດ້ານການພົວພັນຄົນກັບຄົນ ແມ່ນໃຫ້ຄຸນຄ່າໃນການມີສ່ວນຮ່ວມ, ການໃຫ້ສິດອຳນາດ, ການມີເປົ້າໝາຍ, ພຶດຕິກຳທາງດ້ານຈັນຍາບັນ ແລະ ທິດທາງໃນການຂະບວນການເປັນຜູ້ນຳ.

ນາງ ມາກທາ ທິລາ ກ່າວວ່າ: “ການຝຶກອົບຮົມ ໄດ້ເນັ້ນໃສ່ ການປູກຈິດສຳນຶກດ້ວຍຕົນເອງກ່ຽວບົດບາດຍິງ-ຊາຍ ແລະ ການເບິ່ງເລິກເຂົ້າໄປທາງໃນສຳຫຼວດອັກຄະຕິດັ້ງເດີມກ່ຽວກັບສິ່ງທີ່ໝາຍເຖິງເພດຊາຍ ຫຼື ເພດຍິງ ເຊິ່ງເປັນບາດກ້າວທຳອິດເພື່ອກ້າວໄປສູ່ການເປັນຜູ້ນຳທີ່ເຂັ້ມແຂງ”

“ການຝຶກອົບຮົມ ໄດ້ເນັ້ນໃສ່ ການປູກຈິດສຳນຶກດ້ວຍຕົນເອງກ່ຽວບົດບາດຍິງ-ຊາຍ ແລະ ການເບິ່ງເລິກເຂົ້າໄປທາງໃນສຳຫຼວດອັກຄະຕິດັ້ງເດີມກ່ຽວກັບສິ່ງທີ່ໝາຍເຖິງເພດຊາຍ ຫຼື ເພດຍິງ ເຊິ່ງເປັນບາດກ້າວທຳອິດເພື່ອກ້າວໄປສູ່ການເປັນຜູ້ນຳທີ່ເຂັ້ມແຂງ”

ນາງ ມາກທາ ທິລາ 

ໃນເບື້ອງຕົ້ນ, ການຝືກອົບຮົມໄດ້ສຸມໃສ່ການພັດທະນາຕົນເອງຂອງແຕ່ລະຄົນ. ຜູ້ເຂົ້າຮ່ວມໄດ້ຮຽນ​ຮູ້ວິທີການຕີລາຄາຕົນເອງ ແລະ ວິເຄາະອັກຄະຕິທີ່ຕົນມີ.  ຈາກຈຸດນີ້, ເຂົາເຈົ້າ ພິຈາລະນາການກຳນົດເງື່ອນໄຂການພົວພັນທາງສັງຄົມຂອງຜູ້ອຶ່ນ ແລະ ພິຈາລະນາອັກຄະຕິຂອງຄົນເຫຼົ່ານັ້ນ ວ່າເປັນຜົນຂອງການພົວພັນທາງສັງຄົມຄືແນວໃດ. ຫຼັງຈາກທີ່ຜູ້ນຳເຂົ້າໃຈແນວຄວາມຄິດນີ້ແລ້ວ ເຂົາເຈົ້າຈຶ່ງຈະປ່ຽນແປງ ວິທີການພົວພັນກັບຜູ້ອຶ່ນ.

ຜູ້ນຳດ້ານວຽກງານບົດບາດຍິງ-ຊາຍ ບໍ່ໄດ້ປ່ຽນແປງໜ້າທີ່ຂອງຕົນ. ແຕ່ກົງກັນຂ້າມ, ເຂົາເຈົ້າໄດ້ປ່ຽນແປງວິທີການເຮັດວຽກ. ເຮັດໃຫ້ເຂົາເຈົ້າ ເຮັດວຽກທີ່ມີຢູ່ ຫຼື ແຜນທີ່ວາງໄວ້ດ້ວຍວິທີການທີ່ມີຄວາມຫຼາກຫຼາຍຂຶ້ນ.

ການຮັບຮູ້ໃນຕົນເອງ ກໍ່ໃຫ້ເກີດມີການປ່ຽນແປງ

ຈາກ ການສຳພາດ ພາຍຫຼັງການຝຶກອົບຮົມ ໄດ້ 2 ປີ ເພື່ອຕິດຕາມຜົນຂອງການຝຶກອົບຮົມພົບວ່າ ຜູ້ເຂົ້າຮ່ວມການຝຶກອົບຮົມ ເວລາກັບໄປກົມກອງຂອງຕົນ ມີທັດສະນະທີ່ແຕກຕ່າງ  ກ່ຽວກັບການເປັນຜູ້ນຳທີ່ດີດ້ານວຽກງານບົດບາດຍິງ-ຊາຍ.  ເຂົາເຈົ້າ ຍັງມີໂອກາດໄດ້ຜັນຂະຫຍາຍທິດສະດີ ແລະ ສິ່ງທີ່ຕົນໄດ້ຮຽນຮູ້ ເຂົ້າໃນພາກປະຕິບັດຕົວຈິງ ເວລາກັບຄືນໄປ ປະເທດຂອງຕົນ.

ນາງ ທີລາ ເຫັນວ່າ ການຕີລາຄາຕົນເອງ ຄວນນຳໃຊ້ກັບອົງກອນຂອງຕົນ. ລາວໄດ້ປຸກລະດົມເພື່ອນຮ່ວມງານ ເພື່ອສ້າງນະໂຍບາຍກ່ຽວກັບການສົ່ງເສີມບົດບາດຍິງ-ຊາຍ ທີ່ບໍ່ໄດ້​ເຮັດມາເປັນ​ເວ​ລາຫຼາຍປີແລ້ວ. ເຂົາເຈົ້າ ລິເລີ່ມກວດສອບວຽກງານບົດບາດຍິງ-ຊາຍ ເພື່ອເບິ່ງວ່າ ເຄື່ຶອງມືການຕິດຕາມກວດກາ ແລະ ປະເມີນຜົນ ມີການນຳໃຊ້ໃນທາງທີ່ສົ່ງເສີມບົດບາດຍິງ-ຊາຍຫຼື ບໍ່ ແລະ ເບິ່ງວ່າແຜນງານຕ່າງໆໄດ້ເອົາໃຈໃສ່ການສົ່ງເສີມວຽກງານບົດບາດຍິງ-ຊາຍ ຫຼື ບໍ່.

ນາງ ທີລາ ກ່າວວ່າ: “ຜົນຂອງການກວດສອບເຫັນວ່າ ແຜນງານຕ່າງໆໄດ້ເອົາໃຈໃສ່ວຽກງານການສົ່ງເສີມວຽກງານບົດບາດຍິງ-ຊາຍ. ພວກເຮົາໄດ້ຄະແນນດີ ແຕ່ຕ້ອງໄດ້ປັບປຸງຕື່ມ”.

ເມື່ອເວລາຜ່ານໄປ, ລາວ ຄົ້ນພົບວ່າ ການປ່ຽນແປງວິທີປະຕິບັດທີ່ຝັງແໜ້ນໃນສັງຄົມ ຍັງເປັນສິ່ງທ້າທາຍ ເຊັ່ນ ຜູ້ນຳໃນບ້ານເພດຊາຍ ທີ່ເວົ້າແທນແມ່ຍິງ ຫຼື ຊາວໜຸ່ມເພດຊາຍ ທີ່ຜູກຂາດກາລະໂອກາດໃນການຝຶກອົບຮົມໃນຊຸມຊົມຂອງຊົນເຜົ່າ.

ການຮັບຮູ້ບັນຫາດັ່ງກ່າວ ໄດ້ເຮັດໃຫ້ ນາງ ທີລາ ແລະ ທີມງານຂອງລາວ ຮີບຮ້ອນຮ່າງຄູ່ມື ເພື່ອກຳນົດສະເພາະວ່າ ທີມງານພາກສະໜາມ ຕ້ອງປະກອບມີຜູ້ອຳນວຍຄວາມສະດວກເພດຊາຍ ໜຶ່ງ ຄົນ ແລະ ເພດຍິງ ໜຶ່ງ ຄົນ. ຜູ້ອຳນວຍຄວາມສະດວກເພດຍິງ ຈະເປັນຜູ້ນຳພາການສົນທະນາ ເປັນກຸ່ມສະເພາະຂອງຜູ້ຍິງ.

Tillah

ນາງ ທີລາ ກ່າວວ່າ: “ທີມງານໄດ້ກໍ່ຕັ້ງສະຫະກອນຂຶ້ນ ສຳລັບຊາວບ້ານເພດຍິງ ທີ່ຊາວບ້ານເພດຍິງຖືກປະຕິເສດ ເພື່ອຈະມີໂອກາດເຂົ້າຝຶກອົບຮົມ. ປະຈຸບັນ ພວກເຮົາມີແມ່ຍິງຊົນເຜົ່າ ທີ່ເຂົ້າຮ່ວມຢ່າງຕັ້ງໜ້າໃນກຸ່ມຊາວໜຸ່ມທີ່ພວກເຮົາເຮັດວຽກນຳ. ຊາວໜຸ່ມເພດຍິງ ລິເລີ່ມເຮັດສວນຄົວລວມໝູ່ ເພື່ອປູກຜັກສຳລັບການຊົມໃຊ້”.

ພາຍຫຼັງ ທີ່ ທ່ານ ຄິນ ນຽນ ຄານ ມອນ (Khin Nyein Khan Mon) ກັບຄືນໄປ ມຽນມາ: ລາວ ຄິດເຖິງເຫດຜົນເປັນຫຍັງການຝຶກອົບຮົມ ຈຶ່ງເລີ່ມຈາກການຕີລາຄາຕົນເອງ ແລ້ວຕອນນີ້ລາວຈິ່ງມີຄວາມຮູ້ສຶກນັ້ນຄືກັນ ນັ້ນແມ່ນ “ໂອ...ເຂົ້າໃຈລະ” .

ທ່ານ ມອນ ເຊິ່ງເປັນຊ່ຽວຊານວິຊາການທີ່ເຮັດວຽກກັບເຄື່ອຂ່າຍການອະນຸລັກ ແລະ ຟື້ນຟູ ສິ່ງແວດລ້ອມຂອງ ປະເທດ ມຽນມາ   Myanmar Environment Rehabilitation-conservation Network ກ່າວວ່າ : “ຜູ້ຍິງຢູ່ປະເທດ ແລະ ບ່ອນເຮັດວຽກ ​ຂອງຂ້າພະເຈົ້າບໍ່ໄດ້ຮັບການປະຕິບັດຢາງເທົ່າທຽມກັນ”. ແຕ່ພວກເຮົາບໍ່ຮູ້. ພວກເຮົາຍອມຮັບມັນ ແລະ ຄຶດວ່າມັນເປັນເລື່ອງທຳມະດາ ແລະ ປົກກະຕິ. ແຕ່ທີ່ຈິງແລ້ວ ມັນບໍ່ແມ່ນເລື່ອງທຳມະດາ ແລະ ປົກກະຕິ. ດັ່ງນັ້ນ, ພວກເຮົາຕ້ອງເຂົ້າໃຈບັນຫານີ້ກ່ອນ. ຖ້າພວກເຮົາບໍ່ເຂົ້າໃຈບັນຫານີ້ ເຮົາຈະເຮັດວຽກເພື່ອສົ່ງເສີມສິດ​ສະ​ເໜີ​ພາບບົດບາດຍິງ-ຊາຍ ຄືແນວໃດ?

ທັບມ້າງກຳແພງອຸປະສັກ

ທ່ານ ດີປາ ໂອລີ (Deepa Oli), ນັກ​ວິ​ຊາ​ການ​ດ້ານປ່າໄມ້ ທັງເປັນຜູ້ປະສານງານໜ່ວຍງານການພັດທະນາວຽກງານບົດບາດຍິງ-ຊາຍ ຢູ່ ກະຊວງປ່າໄມ້ ແລະ ສິ່ງແວດລ້ອມຂອງ ປະເທດ ເນປານ, ພາຍຫຼັງຈົບການຝຶກອົບຮົມແລ້ວ ກໍ່ມີທັດສະນະທີ່ປ່ຽນແປງຢ່າງຂາດຂັ້ນ. ລາວ ກັບຄືນໄປກົມກອງຂອງຕົນ ໂດຍມີຄວາມເຂົ້າໃຈທີ່ຫຼາຍຂຶ້ນ ແລະ ດ້ວຍຄວາມຮູ້ຕໍ່ກັບສິ່ງທີ່ເປັນອຸປະສັກທີ່ເຮັດໃຫ້ລາວກັງວົນມາແຕ່ດົນນານ. ພາຍຫຼັງ 2 ປີ ຫລັງຈາກເຂົ້າຮ່ວມການຝຶກອົບຮົມ ລາວ ເວົ້າວ່າ ມັນໄດ້ສອນໃຫ້ລາວ ຮູ້ຈັກວິທີການຈັດການກັບອຸ​ປະ​ສັກ​ດ້ານການຈຳແນກ ແລະ ອັກຄະຕິຄວາມ​ເຊື່ອໃນແບບສ້າງສັນ ຫຼາຍກວ່າການໃຊ້ອາລົມ.

ລາວ ເວົ້າວ່າ “ສິ່ງນີ້ແຫລະ ທີ່ຈະໃຫ້ເກີດມີການປ່ຽນແປງ”

ໄລຍະຕົ້ນໆ ຂອງການຝຶກອົບຮົມຂອງໂຄງການ ເວັບສ໌ ໄດ້ສອນໃຫ້ພວກເຮົາປະເມີນດ້ວຍຕົນເອງ ເຖິງມາດຖານ ແລະ ຄ່ານິຍົມທາງດ້ານສັງຄົມ ທີ່ຝັງເລິກໃນຂະບວນການຄິດຂອງເຮົາ. ນາງ ໂອລີ ກ່າວວ່າ: “ພວກເຮົາໄດ້ຮຽນຮູ້ການເປັນໂຕເຮົາເອງ, ຮັກຕົນເອງ ແລະ ຍອມຮັບຕົນເອງ. ມັນເປັນສິ່ງໜຶ່ງ ທີ່ພວກເຮົາຈະບໍ່ມີວັນລືມ. ແນວຄວາມຄິດດັ່ງກ່າວ ໄດ້ສ້າງຄວາມປະທັບໃຈ ແລະ ສ້າງແຮງບັນດານໃຈແກ່ພວກຂ້າພະເຈົ້າ ໃນການເຮັດວຽກ. ຂ້າພະເຈົ້າ ສາມາດຕີລາຄາຕົນເອງ ແລະ ດ້ວຍເຫດນີ້ ຈຶ່ງສາມາດຕີລາຄາຄຸ່ນຄ່າຂອງຄົນອຶ່ນ”.

Oli

ນາງ ໂອລີ ຍັງເວົ້າເຖິງ ສິ່ງທີ່ລາວເຂົ້າໃຈກ່ຽວກັບຄຳວ່າ “ຂະບວນການຫຼໍ່ຫຼອມທາງສັງຄົມ” ເຊິ່ງຜູ້ກ່ຽວບໍ່ເຄີຍໄດ້ຍິນມາກ່ອນເຂົ້າຮ່ວມການຝຶກອົບຮົມ.  ສຸດທ້າຍລາວກໍ່ເຂົ້າໃຈວ່າ ມັນແມ່ນສິ່ງທີ່ ລາວເອງ ແລະ ຜູ້ເຮັດວຽກ ເພື່ອສົ່ງເສີມວຽກງານຄວາມ​ສະ​ເໝີ​ພາບບົດບາດຍິງ-ຊາຍ ​ແມ່ນ​ໄດ້​ພົບພໍ້ມາຕະຫຼອດຄື ການອົບຮົມສັ່ງສອນ ແລະ ຂະບວນການຫຼໍ່ຫຼອມທາງສັງຄົມ ເປັນສາເຫດເຮັດໃຫ້ເກີດມີກຸ່ມຄົນທີ່ຕໍ່ຕ້ານ ຫຼື ທ້າທາຍແນວຄວາມຄິດຂອງລາວ.ການປູກຈິດສຳນຶກໃໝ່ນີ້ ໄດ້ຫັນປ່ຽນວິທີການຕິດຕໍ່ພົວພັນກັບຜູ້ອຶ່ນ ທີ່ມີຄວາມກັງ​ວົນ​ວ່າ ການຍົກເອົາບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍ ອາດຈະເຮັດໃຫ້​ເກີດມີການແຂ່ງຂັນກັນລະ​ຫວ່າງຜູ້ຍິງ ແລະ ຜູ້ຊາຍ.

ລາວ ເວົ້າເຖິງບຸກຄົນ ທີ່ມີຂໍ້ສົງໄສກ່ຽວກັບເຈດຕະນາ ຂອງລາວ ໃນວຽກສົ່ງເສີມບົດບາດຍີງ-ຊາຍ ວ່າ: “ຂ້າພະເຈົ້າ ທັບມ້າງອຸປະສັກ ບໍ່ແມ່ນທັບມ້າງຄົນ. ການບໍ່ໃຊ້ອາລົມ ແລະ ມີການຄິດຢ່າງຖີ່ຖ້ວນຫຼາຍກວ່າເກົ່າ ໃນການເຮັດວຽກອັນດຽວກັນ ແຕ່ດ້ວຍວິທີທີ່ແຕກຕ່າງ. ມັນເປັນການປະເຊີນກັບບັນຫາດ້ວຍການນຳໃຊ້ວິທີທາງຍຸດທະສາດ. ໃນເວລາທີ່ຂ້າພະເຈົ້າ ຕອບໂຕ້ທັນທີ, ເຫັນວ່າກະແສຕໍ່ຕ້ານຈະຫຼາຍ. ດັ່ງນັ້ນ, ປະຈຸບັນ ຂ້າພະເຈົ້າ ເຮັດວຽກອັນເກົ່າ ແຕ່ໃຊ້ວິທີທີ່ແຕກຕ່າງ ແລະ ປະຈຸບັນຄົນໄດ້ຍິນສິ່ງທີ່ຂ້າພະເຈົ້າ ຢາກສື່ສານເຖິງເຂົາ”.

ເລື່ອງການໃຊ້ຊຸດຄຳສັບ

ນາງ ໂອລີ ເວົ້າເຖິງຂະບວນການເຄື່ອນໄຫວໃນຂະແໜງການປ່າໄມ້ຂອງ ປະເທດ ເນປານ ເພື່ອຜ່ານຜ່າບັນຫາຄວາມບໍ່ສະເໝີພາບ, ການຄຸກຄາມທາງເພດ ແລະ ການລ່ວງ​ລະ​ເມີດ​ອື່ນໆ ອັນເປັນອຸປະສັກຕໍ່ການປະຕິບັດໜ້າທີ່​ການເປັນຜູ້ນຳຂອງແມ່ຍິງ.

ລາວ ເວົ້າວ່າ : “ພວກເຮົາຮູ້ດີວ່າ ມັນຍັງຂາດສິ່ງໃດສິ່ງໜຶ່ງ ເພຶ່ອສ້າງໃຫ້​ມີບ່ອນເຮັດວຽກທີ່ມີຄວາມປອດໄພ ແລະ ມີກຽດສະຫງ່າ ແຕ່ບໍ່ຮູ່ວ່າ​ຈະ​ມີ​ວິ​ທີ​ການ​ຈັດ​ການແນວໃດ”.ລາວ​ຍັງ​ກ່າວ​ອີກວ່າ: “ໂຄງການເວັບສ໌ ໄດ້ຊ່ວຍ ຊອກຫາຊຸດຄຳສັບເພືື່ອຊ່ວຍອະທິບາຍຂະບວນການ ແກ້ໄຂບັນຫາດັ່ງກ່າວ  ຊຶ່ງຈະເປັນການຊ່ວຍພວກເຮົາ ໃນການກຳນົດກອບຂອງການ​ປັບ​ປຸງ​ການ​ບັນ​ລະຍາຍຂອງ​ພວກ​ເຮົາ ແລະ ຊອກຫາ ຍຸດທະສາດ ເພື່ອກ້າວໄປຂ້າງໜ້າ.”

ການຝຶກອົບຮົມ ຂອງກະຊວງປ່າໄມ້ ແລະ ສິ່ງແວດລ້ອມໃນ​ການ​ຮັບ​ຮູ້​ກ່ຽວ​ກັບ​ວຽກ​ບົດ​ບາດ​ຍິງ-ຊາຍ ໄດ້ນຳສະເໜີ ແນວຄວາມຄິດ ກ່ຽວກັບ ຂະບວນການຫຼໍ່ຫຼອມທາງດ້ານສັງຄົມໃຫ້ແກ່ວິ​ຊາ​ການປ່າໄມ້.

“ພວກເຮົາ ໄດ້ສະແດງໃຫ້ ເຂົາເຈົ້າ ເຫັນວ່າ ຄວາມຄິດຂອງບຸກຄົນ ບໍ່ແມ່ນຄວາມຜີດຂອງເຈົ້າ” ຫຼື “ຄວາມຜິດຂອງຂ້ອຍເອງ” ແຕ່ມັນເປັນຂະບວນການຫຼໍ່ຫຼອມທາງດ້ານສັງຄົມຂອງເຮົາ. ຕອນນີ້, ທຸກໆຄົນ ບໍ່ວ່າຈະແມ່ນເພດຍິງ ແລະ ເພດຊາຍ ໄດ້ຮັບຟັງ ແລະ ເຫັນດີກັບຄຳເວົ້າຂອງເຮົາ”.

ລາວ ກ່າວວ່າ ເຄືອຂ່າຍປ່າໄມ້ ເພດຍິງ ຢູ່ ປະເທດເນປານ ເອົາໃຈໃສ່ 4 ບຸລິມະສິດຄື: ເສີມຂະຫຍາຍຂີດຄວາມສາມາດໃນການເປັນຜູ້ນຳ ວຽກ ບົດບາດຍິງ-ຊາຍ, ການສ້າງສະພາບແວດລ້ອມຢູ່ສະຖານທີ່ເຮັດວຽກທີ່ມີຄວາມປອດໄພ ແລະ ມີກຽດສະຫງ່າ, ເອົາວຽກງານບົດບາດຍິງ-ຊາຍເຊື່ອມສານເຂົ້າໃນວຽກງານຫຼັກຂອງຂະແໜງຕົນເອງ ແລະ ເພີ່ມການມີສ່ວນຮ່ວມ ຈາກເພດຊາຍໃນການສົ່ງເສີມບົດບາດຍິງ-ຊາຍໃຫ້ຫຼາຍກວ່າເກົ່າ.

ເຄືອຂ່າຍນັກປ່າໄມ້ເພດຍິງ ຍັງເພີ່ມມອົງປະກອບໜຶ່ງ ໃນຫຼັກສູດການຝຶກອົບຮົມ ຄື: ການຄຸກຄາມທາງເພດ ເຊິ່ງກວມເອົາການວິເຄາະຂັ້ນຂອງບັນຫາການຄຸກຄາມ ເພື່ອຊ່ວຍປະຊາຊົນ ໃນການໄຈ້ແຍກລະຫວ່າງຄວາມຫຍາບຄາຍ ແລະ ການລະເມີດ ເຊິ່ງໄດ້ຊ່ວຍເລັ່ງໃນຂະບວນການປ່ຽນແປງ.

ນາງ ໂອລີ ກ່າວວ່າ: “ນັກປ່າໄມ້ ເພດຍິງ ເລີ່ມລາຍງານກໍລະນີ ການຄຸກຄາມທາງເພດ ໃນທີ່ສຸດປະຫວັດສາດໄດ້ປ່ຽນແປງແລ້ວ. ມັນເປັນການປ່ຽນແປງອັນໃຫຍ່ຫຼວງ ທີ່ພວກເຮົາເຫັນໄດ້ດ້ວຍຕົວເອງ”.

ຜູ້ຊາຍ ທີ່ເປັນຜູ້ນຳວຽກງານບົດບາດຍິງ-ຊາຍ 

ມີຄົນມັກຖາມວ່າ: “ແມ່ຍີງເຮັດວຽກໃນຂະແໜງການປ່າໄມ້? ແມ່ຍິງ ໄປລາດຕະເວນໃນປ່າ? ແມ່ນແທ້ຫວາ?!”

ທ່ານ  ໄມ ກວາງ ຮຸ້ຍ (Mai Quang Huy) ໄດ້ຍິນຄຳເຫັນ ແລະ ການເວົ້າສຽດສີ ກ່ຽວກັບ ແມ​ຍິງ ໃນເວລາ ທີ່ ລາວຂຶ້ນສູ່ຕຳແໜ່ງອຳນວຍການຂອງບໍລິສັດ ພົງດຽນ (Phong Dien) ທີ່ເປັນຜູ້ຜະລິດໄມ້ເພື່ອການຄ້າ, ຮາກໄມ້, ເບັ້ຍໄມ້ ແລະ ສະໝູນໄພຢູ່ ສສ ຫວຽດນາມ. ເວລາໃດ ລາວ ກໍ່ຮູ້ສຶກວ່າ ທັດສະນະຄະຕິຂອງເພື່ອນຮ່ວມງານ ແລະ ລູກຄ້າ ກ່ຽວກັບພາ​ລະບົດບາດ ແລະ ຄວາມຮັບຜິດຊອບຂອງແມ່ຍິງໃນຂະແໜງການປ່າໄມ້ ແມ່ນບໍ່ຖືກຕ້ອງ.

Huyນັບແຕ່ເຂົ້າໂຄງການ ເວັບສ໌, ທ່ານ ຮຸ້ຍ ໄດ້ຊີ້ນຳ ນຳພາບໍລິສັດຂອງລາວ ໃຫ້ປະຕິບັດນະໂຍບາຍກ່ຽວກັບການສົ່ງເສີມບົດບາດຍິງ-ຊາຍ, ລົບລ້າງການແບ່ງແຍກເພດຂອງແຮງງານ ແລະ ເອົາການວິເຄາະວຽກງານບົດບາດຍິງ-ຊາຍ ເຂົ້າໃນບົດລາຍງານປະຈຳປີ.    ປະຈຸບັນ ບໍລິສັດຂອງ ຜູ້ກ່ຽວ ຮຽກຮ້ອງ ໃຫ້ມີແມ່ຍິງເຂົ້າຮ່ວມກອງປະຊຸມຂອງຊຸມຊົນ ແລະ ໃຫ້ ລະບຸຊື່ ຂອງ ຜົວ ແລະ ເມຍ ໃນສັນຍາເຮັດວຽກ.

ທ່ານ ຮຸ້ຍ ກ່າວວ່າ: “ເພື່ອນຮ່ວມງານ ຂ້າພະເຈົ້າ ຖາມ ຂ້າພະເຈົ້າ ວ່າ “ເປັນຫຍັງຈຶ່ງສົນໃຈ ບັນຫາບົດບາດ ຍິງ-ຊາຍ ແລະ ເປັນຫຍັງບໍ່ສຸມໃສ່ບັນຫາການບຸກລຸກປ່າ ຫຼື ການປ້ອງກັນ ແລະ ຄວບຄຸມໄຟໄໜ້ປ່າ?”. ຂ້າພະເຈົ້າ ຕອບວ່າ “ບັນຫາບົດບາດຍິງ-ຊາຍ ເປັນບັນຫາພື້ນ​ຖານຫຼັກຂອງບັນຫາເຫຼົ່ານີ້ ແລະ ການແກ້ໄຂບັນຫາບົດບາດຍິງ-ຊາຍ ຈະຊ່ວຍແກ້ໄຂບັນຫາເຫຼົ່ານີ້ໄດ້”.

ໃນໄລຍະເລີ່ມຕົ້ນປະຕິບັດວຽກງານ ໃນຖານະເປັນນັກເຄື່ອນໄຫວເພື່ອສົ່ງເສີມບົດບາດ ຍິງ-ຊາຍ, ທ່ານ ທູງ ຮັກ (Chhun Hak) ເວົ້າເຖິງສິດທິຂອງແມ່ຍິງ, ວາລະກອງປະຊຸມສາກົນຂອງອົງການສະຫະປະຊາຊາດ ແລະ ຄວາມກົດດັນລະດັບຊາດ ເພຶ່ອປະຕິບັດຕາມຄຳໝັ້ນສັນຍາຂອງສາກົນ. ມື້ນີ້ ຜູ້ກ່ຽວເປັນຫົວໜ້າກົມຮັບຜິດຊອບການພັດທະນາເສດຖະກິດ ແລະ ຄວາມສະເໝີພາບຍິງ-ຊາຍ ຢູ່ ກະຊວງແມ່ຍິງຂອງ ປະເທດ ກຳປູເຈຍ.

ລາວກ່າວວ່າ : ໂຄງການ ເວັບສ໌ ໄດ້ສອນໃຫ້ ລາວ ສຸມໃສ່ການສ້າງຄູ່ຮວມງານທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

​ທ່ານທ່ານ ຮັກ ກ່າວວ່າ : “ສັງເກດເຫັນວ່າ ວິທີການເຮັດວຽກກັບພາກສວ່ນຕ່າງໆ​ຂອງ​ຂ້ອຍ​ແມ່ນດີຂຶ້້ນ. ຂ້າພະເຈົ້າ ໄດ້ຮຽນຮູ້ວິທີມີຄູ່ຮ່ວມ​ງານ ແລະ ເປັນຄູ່ຮ່ວມ​ງານໄລຍະຍາວ ແລະ ວິທີໃຫ້ທຸກຄົນຮ່ວມແຮງກັນ ເພື່ອບັນລຸເປົ້າໝາຍລວມອັນດຽວກັນ.

ສ້າງຈິດສຳນຶກໃນກຸ່ມຊາວໜຸ່ມ

ທ່ານ ຮັກ ກ່າວຕື່ມວ່າ : “ການຝຶກອົບຮົມເບື້ອງຕົ້ນ ກ່ຽວກັບການປູກຈິດສຳນຶກດ້ວຍຕົນເອງມີຜົນດີຫຼາຍຕໍ່ ລາວ. ໂຄງການ ເວັບສ໌ ສອນໃຫ້ລາວ ມີການ​ປັບປ່ຽນໄດ້. ແລະເຂົ້າໃຈວ່າ ເຮົາຈະສາມາດບັນລຸການ​ປັບປ່ຽນຂັ້ນພື້ນຖານໄດ້ ຖ້າຊາວໜຸ່ມຮຽນຮູ້ຄວາມສະເໝີພາບ ແລະ ຄວາມເປັນຜູ້ນຳ ກ່ອນກາຍເປັນຜູ້ນຳ.

ໃນປີ 2020, ທ່ານ ຮັກ ໄດ້ລິເລີ່ມການທົດລອງພັດທະນາການເປັນຜູ້ນຳ ໃນກຸ່ມຊາວໜຸ່ມ ເພື່ອສົ່ງເສີມບົດບາດຍິງ-ຊາຍ ຫຼື Youth Leadership Lab for Gender Equality ເຊິ່ງລວມເອົາຫົວຂໍ້ກ່ຽວກັບການປູກຈິດສຳນຶກໃນຕົນເອງ. ປະຈຸບັນ ການທົດລອງດັ່ງກ່າວ ໄດ້ກາຍເປັນແຜນງານການສະໜັບສະໜູນໄລຍະ 1 ປີ ເພື່ອເສີມສ້າງ​ຄວາມເປັນຜູ້ນຳໃນກຸ່ມຊາວໜຸ່ມ. ຊາວໜຸ່ມເຮັດບົດສະເໜີໂຄງການ ສຳລັບສຶກສາຄົ້ນຄວ້າ ຫຼື ເສີມສ້າງສິດອຳນາດແກ່ຊຸມຊົນ ແລະ ໄດ້ຮັບການຊ່ວຍເຫຼືອດ້ານການສະໜອງທຶນຮອນ ແລະ ດຳເນີນວຽກງານ.

ນອກນັ້ນ, ລາວຍັງສ້າງຂະບວນການປຸກລະດົມກ່ຽວກັບການເປັນຜູ້ນຳ ພາຍໃນກະຊວງແມ່ຍິງ ແລະ ຊຸກຍູ້ຊາວໜຸ່ມໃນຖັນແຖວພະນັກງານ.

ລາວ ກ່າວວ່າ : “ແຜນງານໄດ້ເຮັດໃຫ້ກະຊວງ ມີພາບພົດທີ່ດີ ແລະ ໄດ້ຮັບຄວາມສົນໃຈໃນກຸ່ມນັກສຶກສາ ແລະ ຊາວໜຸ່ມທີ່ຊອກວຽກເຮັດງານທຳ ຢູ່ກະຊວງດັ່ງກ່າວ. ເຂົາເຈົ້າ ໄດ້ຮັບແຮງບັນດານໃຈ ເພາະເຫັນວ່າບົດບາດຍິງ-ຊາຍ  ບໍ່ແມ່ນເປັນພຽງແຕ່ຄວາມເຂົ້າໃຈທີ່ຄັບແຄບ ກ່ຽວກັບບັນຫາຂອງແມ່ຍິງເທົ່ານັ້ນ ແຕ່ຍັງເປັນສິ່ງທີ່ກວ້າງຂວາງໄປກວ່ານັ້ນ ອັນຈະນຳໄປສູ່ການປ່ຽນແປງໃນສັງຄົມ”.

Hak

ທີ່ປະເທດ ອິນໂດເນເຊຍ, ຫຼັງຈາກທີ່ ນາງ ທີລາ,  ເວລາກັບຄືນ ສູ່ສະຖາບັນ ຈາກການເຂົ້າຮ່ວມການປະຊຸມຂອງ ໂຄງການ ເວັບສ໌ ຄັ້ງທຳອິດ, ລາວຍັງໄດ້ນຳສະເໜີ ແຜນງານໃໝ່ໆສຳລັບຊາວໜຸ່ມຄືກັນ.  ລາວ ໄດ້ສ້າງຊຸດຝຶກອົບຮົມ ໄລຍະສັ້ນ ໃນຫົວຂໍ້ກ່ຽວກັບທັດສະນະຄະຕິແບບດັ່ງເດີມ ແລະ ການອັກຄະຕິ ໃຫ້ແກ່ນັກສຶກສາປ່າໄມ້, ນັກສຶກສາມັດທະຍົມຕົ້ນ ແລະ ມັດທະຍົມປາຍ ພ້ອມທັງຊາວໜຸ່ມຢູ່ເຂດຊົນນະບົດ.

ລາວ ກ່າວວ່າ : “ໃນເວລາຮຽນ ຄຳຕອບຂອງຜູ້ເຂົ້າຮ່ວມການຝຶກອົບຮົມ ຄື ເຂົ້າເຈົ້າມີອັກຄະຕິ ແລະ ມີທັດສະນະຄະຕິແບບດັ່ງເດີມ ເຊິ່ງກ່ຽວຂ້ອງກັບທຸກຄົນ. ເຂົາເຈົ້າເຫັນຄວາມສຳຄັນຂອງການຝຶກອົບຮົມ ແລະ ໂອກາດ ທີ່ໃຫ້ເຂົາເຈົ້າໄດ້ເຂົ້າໃຈບັນຫາຄວາມບໍ່ສະເໝີພາບລະຫວ່າງ ຍິງ-ຊາຍ ຜ່ານການສອນໃນການຝຶກອົບຮົມ”.

ການສະໜັບສະໜູນສ່ວນບຸກຄົນ ຊ່ວຍສ້າງຄວາມໝັ້ນໃຈ

ໂຄງການ ເວັບສ໌ ເປັນໂຄງການທີ່​ສົ​ມ​ບູນ​ແບບ ທີ່ໄດ້​ມີການຝຶກອົບຮົມ, ການຊ່ວຍເຫຼືອທາງດ້ານວິຊາການ ແລະ ສະໜອງທຶນ​ທີ່ຈຳກັດ ເປັນເວລາ 3 ປີ ຫຼື ຫລາຍກວ່ານັ້ນ ໃຫ້ແກ່ໂຄງການ ທີ່ຜູ້ນຳວຽກງານບົດບາດຍິງ-ຊາຍ ທີ່ຢາກປະຕິບັດ. ໂຄງການ ເວັບສ໌ ຍັງສ້າງຈຸດປະສານງານໃນ 7 ປະເທດ ເພື່ອຕິດຕໍ່ພັວພັນກັບບັນດາຜູ້ນຳວຽກງານບົດບາດຍິງ-ຊາຍ ໂດຍຜ່ານການສົນທະນາເປັນກຸ່ມ ຫຼື ການສົນທະນາແບບບຸກຄົນ.

ຖ້າມີບັນຫາພົ້ນເດັ່ນ ໃນໄລຍະທີ ຜູ້ປະສານງານ ລາຍງານປະຈຳເດືອນຢູ່ກອງປະຊຸມທາງໄກກັບ ນາງ ກີຮີ, ລາວ ຈະຈັດການຝຶກອົບຮົມທາງໄກ ເພື່ອຕອບສະໜອງຕາມຄວາມຕ້ອງການທີ່ມີ. ສ່ວນຫຼາຍ ນາງ ກິຮີ ຈະມີສ່ວນຮ່ວມໃນການສົນທະນາເປັນກຸ່ມ ແລະ ຍິນດີຮັບຟັງຄຳເຫັນຂອງຜູ້ນຳວຽກງານບົດບາດຍິງ-ຊາຍທຸກຄົນ.

ນາງ ຣັກ ກ່າວວ່າ: “ມັນເຮັດໃຫ້ ພວກເຮົາ ຮູ້ສຶກວ່າ ບໍ່ຢູ່ໂດດດຽວ”. “ ເຖິງບໍ່ແມ່ນການລົງທຶນຂະໜາດໃຫຍ່ ແຕ່ມັນເປັນສະໜັບສະໜູນທີ່ໃຫຍ່ຫຼວງ”.  ມັນໄດ້ສ້າງຄວາມເຊື່ອໝັ້ນໃຫ້ພວກເຮົາຫຼາຍກວ່າເກົ່າ ທີ່ຮູ້ວ່າມີບຸກຄົນໃດໜຶ່ງສະໜັບສະໜູນພວກເຮົາຢູ່”.

ນາງ ກີຣິ ຍອມຮັບວ່າ ໃນການອອກແບບແຜນງານ ບໍ່ໄດ້ກຳນົດເອົາອົງປະກອບການສະໜັບສະໜູນທາງດ້ານຈິດໃຈ. ພວກເຮົາສະໜອງສະຖານທີ່ ທີ່ປອດໄພ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃດໜຶ່ງ ທີ່ພວກເຮົາຮັບຮູ້.  ຖ້າຜູ້ນຳວຽກງານບົດບາດຍິງ-ຊາຍ ບໍ່ສາມາດບັນລຸເປົ້າໝາຍຂອງໂຄງການ ເຂົາເຈົ້າ ເຮົາຈະເວົ້າວ່າ: “ເລົ່າເລື່ອງຂອງເຈົ້າ ສູ່ຟັງແດ່ ວ່າມັນເກີດຫຍັງຂຶ້ນ. ໃນເວທີຮັບຟັງສຽງສະທ້ອນ ຫຼື ປຶກສາຫາລືກັນ, ເວລາພວກເຂົາມາຮ່ວມ ແລະ ເລົ່າເລື່ອງກ່ຽວກັບ ເຂົາເຈົ້້າ, ເຂົາເຈົ້າຈະລາຍງານກ່ຽວກັບອຸປະສັກບໍ່ແມ່ນຈະພຽງແຕ່ບັນຫາທາງດ້ານເຕັກນິກເທົ່ານັ້ນ ເຂົາເຈົ້າໄດ້ເລົ່າວ່າ ເມື່ອບັນຫາເກີດພວກເຂົາຮູ້ສຶກຈິດໃຈແຕກສະຫຼາຍ ແລະ ພ້ອມທີ່ຈະລາອອກ.

ຟອງນ້ຳນ້ອຍໆ ລວມກັນເປັນກະແສນໍາ້ໃນອານາຄົດ

ພາຍຫຼັງການຝຶກອົບຮົມຂອງ ໂຄງການ ເວັບສ໌ ຊຸດທຳອິດ ຜູ້ເຂົ້າຮ່ວມ ມີພະລັງທີ່ຈະສ້າງການປ່ຽນແປງ ເຖິງແມ່ນວ່າຈະເປັນການປ່ຽນແປງພຽງເລັກນ້ອຍ ແຕ່ອາດມີຜົນກະທົບຫຼາຍ ໃນປະຈຸບັນ ແລະ ອານາຄົດ.

ຕົວຢ່າງ ຜູ້ນຳວຽກງານ​ບົດ​ບາດຍິງ-ຊາຍຈາກ ປະເທດ ອິນໂດເນເຊຍ ຄົນໜຶ່ງ ໄດ້ປ່ຽນກົດລະບຽບ ສຳລັບແມ່ຍິງຖືພາທີ່ບໍ່ສາມາດເຂົ້າຮ່ວມການຝຶກອົບຮົມ ແລະ ສ້າງສິ່ງອຳນວຍຄວາມສະດວກ ເພື່ອດູແລລູກ ຂອງຜູ້ຝຶກອົບຮົມ. ນອກນັ້ນ ຜູ້ນຳອີກຄົນໜຶ່ງ, ຍັງເອົາບັນຫາຄວາມສະເໝີພາບຍິງ-ຊາຍ ເຂົ້າໃນຫຼັກສູດຂອງຄະນະປ່າໄມ້ໃນມະຫາວິທະຍາໄລ. ໃນຂະນະດຽວກັນ ຢູ່ ປະເທດ ກຳປູເຈຍ ຜູ້ນຳວຽກງານບົດບາດຍິງ-ຊາຍ ມີອິດຕິພົນຕໍ່ການກຳນົດແຜນດຳເນີນງານ ແລະ ຍຸດທະສາດກ່ຽວກັບບົດບາດຍິງ-ຊາຍ. ປະເທດ       ເນປານ ມີເປົ້າໝາຍສ້າງຜູ້ນຳວຽກງານບົດບາດຍິງ-ຊາຍ 300 ຄົນ ໃນຂົງເຂດຂອງຕົນ ພາຍໃນ 2 ປີ ຜ່ານຮູບແບບການຝຶກອົບຮົມ, ການຈັດກອງປະຊຸມສຳມະນາທາງໄກ ແລະ ການໃຫ້ຄຳປຶກສາດ້ານອາຊີບ.

ສິ່ງທີ່ສຳຄັນທີ່ສຸດ ອາດເປັນໄປໄດ້ວ່າ ໂຄງການ ເວັບສ໌ ໄດ້ສ້າງຄວາມຖືກຕ້ອງໃນທາງຫຼັກການໃຫ້ກັບຄຳວ່າ “ຄວາມສະເໝີພາບຍິງ-ຊາຍ”.

“ຜູ້ຍິງຢູ່ປະເທດ ແລະ ບ່ອນເຮັດວຽກ ຂອງຂ້າພະເຈົ້າບໍ່ໄດ້ຮັບການປະຕິບັດຢາງເທົ່າທຽມກັນ”. ແຕ່ພວກເຮົາບໍ່ຮູ້. ພວກເຮົາຍອມຮັບມັນ ແລະ ຄຶດວ່າມັນເປັນເລື່ອງທຳມະດາ ແລະ ປົກກະຕິ. ແຕ່ທີ່ຈິງແລ້ວ ມັນບໍ່ແມ່ນເລື່ອງທຳມະດາ ແລະ ປົກກະຕິ. ດັ່ງນັ້ນ, ພວກເຮົາຕ້ອງເຂົ້າໃຈບັນຫານີ້ກ່ອນ. ຖ້າພວກເຮົາບໍ່ເຂົ້າໃຈບັນຫານີ້ ເຮົາຈະເຮັດວຽກເພື່ອສົ່ງເສີມສິດສະເໜີພາບບົດບາດຍິງ-ຊາຍ ຄືແນວໃດ?

ທ່ານ ຄິນ ນຽນ ຄານ ມອນ 

ທ່ານ ດີບີອາ ກູຣູງ (Dibya Gurung) ເຊິ່ງນັກປະເມີນເອກະລາດ ທີ່ເຂົ້າຮ່ວມກອງປະຊຸມສຳມະນາຂອງ ໂຄງການ ເວັບ ຄັ້ງຫຼ້າສຸດ ກ່າວວ່າ: “ບໍ່ຖືວ່າເປັນ ສິ່ງທີ່ທູກຄົນຈະເຮັດໄດ້ອີກຕໍ່ໄປແລ້ວ. ມັນເຄີຍເປັນການປະຕິບັດແບບທົ່ວໄປ ເພື່ອໃຫ້ທຸກຄົນປະກອບຄຳເຫັນຕໍ່ກັບເອກະສານ ຫຼື ເວທີການສົນທະນາ ຫຼື ກິດຈະກຳກ່ຽວກັບບົດບາດຍິງ-ຊາຍ. ປະຈຸບັນ ຜູ້ຈັດກອງປະຊຸມຕ້ອງຮັບປະກັນວ່າ ຜູ້ທີ່ປະກອບຄຳເຫັນ ມີຄວາມຮູ້ ຫຼື ປະສົບການ ກ່ອນຈະປະກອບຄຳເຫັນ.  ຄວາມຖືກຕ້ອງລັກສະນະນີ້, ຄຸນຄ່າລັກສະນະນີ້ ແມ່ນຄ່ອຍໆ ເກິດຂຶ້ນ”.

ນາງ ກີຮີ ເຫັນດີ

ທຸກຄັ້ງທີ່ຕັ້ງຄຳຖາມກັບ ທີມຈາກ ມຽນມາ ວ່າ ເຂົາເຈົ້າສາມາດບັນລຸຫຍັງແດ່ ຜ່ານການຝຶກອົບຮົມຂອງ ໂຄງການ ເວັບສ໌ ເຂົາເຈົ້າ ຈະເວົ້າວ່າ ແມ່ນ “ການຖືກຍອມຮັບ”. ໃນເມື່ອກ່ອນ, ມີຄົນເວົ້າໃຫ້ເຂົາເຈົ້າວ່າ: “ບໍ່ແມ່ນ , ບົດບາດຍິງ-ຊາຍບໍ່ສຳຄັນ. ພວກເຮົາເຮັດວຽກກ່ຽວກັບປ່າໄມ້ຊຸມຊົນ, ຊຳນີ້ກໍ່ພໍແລ້ວ. ປະຈຸບັນ, ເນື່ອງຈາກ ພວກເຮົາໄດ້ຈັດກອງປະຊຸມສຳມະນາທາງໄກ, ມີການປະເມີນ, ມີການສະແດງຄຳຄິດເຫັນ ແລະ ຄົນເຫຼົ່ານັ້ນກຳລັງໄດ້ຍິນສິ່ງສຳຄັນ ແລະ ບັນຫາດັ່ງກ່າວຈຶ່ງຄ່ອຍໆເຊື່ອມໂຍງເຂົ້າຫາກັນ”.

ລາວ ເຫັນວ່າ ຜູ້ນຳວຽກງານບົດບາດຍິງ-ຊາຍ ຄືກັນກັບ ທ່ານ ມອນ ມີຄວາມພ້ອມແລ້ວ.

ນາງ ກີຮີ ກ່າວວ່າ: “ລາວ ເຂົ້າໃຈຈຸດຢືນຂອງ ລາວ. ລາວຕ້ອງການ ການສະໜັບສະໜູນເພື່ອຄຸ້ມຄອງຜູ້ທີ່ມີແນວຄິດຄັດຄ້ານ ແລະ ເພີ່ມທະວີ ເອົາວຽກງານບົດບາດຍິງ-ຊາຍ ເຊື່ອມໂຍງເຂົ້າກັບປ່າໄມ້ຊຸມຊົນຫຼາຍກວ່າເກົ່າ. ແຕ່ວ່າ ປະຈຸບັນ ລາວ ຈະເວົ້າໃນລັກສະນະນີ້: “ໄດ້ ໄດ້, ສະເໜີມາໂລດ, ສາມາດຈັດການໃຫ້ໄດ້”.

###

ໂຄງການ ເສີມຂະຫຍາຍ​ຄວາມເປັນຜູ້ນຳດ້ານບົດບາດຍິງ-ຊາຍ ຫຼື ໂຄງການ ເວັບ ເປັນໂຄງການທີ່ເສີມຂະຫຍາຍທັກສະການເປັນຜູ້ນຳ ແລະ ສະໜັບສະໜູນການສ້າງຂີດຄວາມສາມາດຂອງບັນດາຜູ້ນຳ ໃນການສະໜັບສະໜູນວຽກງານຄວາມ​ສະ​ເໝີ​ພາບບົດບາດຍິງ-ຊາຍ. ອົງການ ລີຄອບ (RECOFTC) ເປັນຜູ້ຈັດຕັ້ງປະຕິບັດໂຄງການ ເວັບສ໌ ນີ້ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສາກົນເພື່ອການພັດທະນາ ຂອງ ປະເທດ ສະວິດເຊີແລນ. ເພື່ອຊອກຫາຂໍ້ມູນເພີ້ມເຕີມກ່ຽວກັບ ໂຄງການ ເວັບສ໌ ກະລຸນາເຂົ້າໄປໃນໜ້າເວັບນີ້.

ວຽກງານຂອງ ອົງການລີຄອບ (RECOFTC) ສາມາດດຳເນີນໄປໄດ້ ແມ່ນຍ້ອນການສະໜັບສະໜູນຈາກອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດເຊິແລນ (SDC) ແລະ ອົງການຮ່ວມມືເພື່ອການພັດທະນາສາກົນຊູແອັດ (Sida).