RECOFTC ສປປ ລາວ
ຂ່າວສານ

Languages

ຮຽນຮູ້ວິທີການຈັດການກັບຄວາມກົດດັນຫຼາຍຢ່າງກ່ຽວກັບທີ່ດິນໃນ ສປປ ລາວ

ການນຳໃຊ້ທີ່ດິນແບບຍືນຍົງ ມີຄວາມສຳຄັນ ໃນການຕ້ານການປ່ຽນແປງດິນຟ້າອາກາດ, ການຕັດໄມ້ທຳລາຍປ່າ, ໄພແຫ້ງແລ້ງ ແລະ ຂໍ້ຂັດແຍ່ງກ່ຽວກັບທີ່ດິນ.
ກອງປະຊຸມກ່ຽວກັບການປົກປັກຮັກສາປ່າໄມ້, ທີ່ບ້ານນາກອງ, ແຂວງໄຊຍະບູລີ
ກອງປະຊຸມກ່ຽວກັບການປົກປັກຮັກສາປ່າໄມ້, ທີ່ບ້ານນາກອງ, ແຂວງໄຊຍະບູລີ

ການຂັດແຍ່ງດ້ານຜົນປະໂຫຍດ ແລະ ການແຂ່ງຂັນກ່ຽວກັບທີ່ດິນ ແລະ ຊັບພະຍາກອນ ແມ່ນປັດໄຈໃນການຫັນປ່ຽນປ່າໄມ້ໃນ ສ ປປ ລາວ.ພາກສ່ວນລັດຖະບານ ແລະ ບັນດາຊຸມຊົນຕ່າງໆຈຳເປັນຕ້ອງຮ່ວມມືກັນຫຼາຍກວ່າເກົ່າ ເພື່ອປົກປ້ອງປ່າໄມ້ຂອງພວກເຂົາ ແລະ ຫຼຸດຜ່ອນຂໍ້ຂັດແຍ່ງທີ່ເກີດຂຶ້ນ. 

ຜູ້ຕາງໜ້າຈາກລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ຊຸມຊົນຈະເລີ່ມເຮັດວຽກຢູ່ 5 ບ້ານ ໃນແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວໂດຍນຳໃຊ້ສິ່ງທີ່ພວກເຂົາໄດ້ຮຽນຮູ້ຈາກຫຼັກສູດການຝຶກອົບຮົມ ກ່ຽວກັບແຜນງານການນຳໃຊ້ທີ່ດິນແບບມີສ່ວນຮ່ວມໃນໄລຍະເວລາ 5 ວັນ, ເຊິ່ງຈັດຂຶ້ນໂດຍອົງການລີຄອບ (RECOFTC). ພວກເຂົາຈະສ້າງແຜນການນຳໃຊ້ທີ່ດິນ ຂອງບ້ານ ແລະ ແຜນການຄຸ້ມຄອງປ່າໄມ້ບ້ານ ເພື່ອຫຼຸດຜ່ອນຄວາມຂັດແຍ່ງ. ແຜນເຫຼົ່ານີ້ ປົກປ້ອງປ່າໄມ້ ແລະ ທີ່ດິນປະເພດຕ່າງໆ ໂດຍນຳສະເໜີຍຸດທະສາດທີ່ໄດ້ຕົກລົງຮ່ວມກັນ ເພື່ອຫຼຸດຜ່ອນຜົນກະທົບຈາກການເພີ່ມຂຶ້ນຂອງປະຊາກອນ, ການເສື່ອມໂຊມຂອງດິນ, ການແຂ່ງຂັນຜົນປະໂຫຍດດ້ານເສດຖະກິດ ແລະ ການປ່ຽນແປງ ດິນຟ້າອາກາດ.

ເຊິ່ງມີຄວາມສຳຄັນຢ່າງຍິ່ງສຳລັບ ສປປ ລາວ ທີ່ປະຊາກອນປະມານ 80 ສ່ວນຮ້ອຍອາໄສປ່າໄມ້ ເພື່ອການດຳລົງຊີວິດ. ຫຼາຍຊຸມຊົນເກັບເຄື່ອງປ່າຂອງດົງຈາກປ່າໄມ້ໃນທ້ອງຖິ່ນ ເຊິ່ງລວມທັງພືດ, ແມງໄມ້ ແລະ ເຫັດປະມານ 700 ຊະນິດທີ່ນຳມາເປັນອາຫານ, ໃຊ້ໃນການປຸກສ້າງ ແລະ ຢາປົວພະຍາດ. 

ວິທີການທີ່ພິສູດໃຫ້ເຫັນເຖິງຜົນສຳເລັດ

ການວາງແຜນການນຳໃຊ້ທີ່ດິນແບບມີສ່ວນຮ່ວມແມ່ນວິທີການທີ່ໄດ້ຮັບການຍອມຮັບຈາກສາກົນໃນການຕັດສິນໃຈນຳໃຊ້ ແລະ ຄຸ້ມຄອງທີ່ດິນ, ນ້ຳ ແລະ ຊັບພະຍາກອນທຳມະຊາດອື່ນໆ. ເຊິ່ງວິທີການດັ່ງກ່າວແມ່ນຂະບວນການແບບໂຕ້ຕອບ ເຊິ່ງຊຸມຊົນທ້ອງຖິ່ນເຮັດວຽກຮ່ວມກັບຜູ້ຕາງໜ້າລັດຖະບານ ເພື່ອສ້າງແຜນການນຳໃຊ້ທີ່ດິນ.

ທ່ານ ບຸນຍະເດດ ພວງມາລາ, ຜູ້ອຳນວຍການໂຄງການລີຄອບ ປະຈຳ ສປປ ລາວ ກ່າວວ່າ “ການວາງແຜນການນຳໃຊ້ທີ່ດິນແບບມີສ່ວນຮ່ວມແມ່ນເຄື່ອງມືໃນການກຳ ນົດວິທີການນຳໃຊ້ປ່າໄມ້ ແລະ ເນື້ອທີ່ດິນອື່ນໆ ຍັງເປັນເຄື່ອງມືສຳລັບການຕິດຕາມ ເພື່ອປະຕິບັດຕາມຍຸດທະສາດດັ່ງກ່າວ. ວິທີການດັ່ງກ່າວແມ່ນຕ້ອງໄດ້ອາໄສການມີສ່ວນຮ່ວມຂອງອຳນາດການປົກຄອງພາຍໃນທ້ອງຖິ່ນ, ສະມາຊິກຊຸມຊົນ ແລະ ບັນດາຊົນເຜົ່າຕ່າງໆທີ່ອາໄສຢູ່. ຊ່ວຍໃຫ້ພວກເຂົາເຮັດວຽກຮ່ວມກັນ ເພື່ອກຳນົດເຂດຈັດສັນທີ່ດິນ ແລະ ພື້ນທີ່ປ່າໄມ້ ເຊິ່ງສະທ້ອນໃຫ້ເຫັນເຖິງບັນດາຄວາມຕ້ອງການ ແລະ ບັນດາບຸລິມາສິດຕ່າງໆຂອງລັດຖະບານ ແລະ ທ້ອງຖິ່ນ ແລະ ມອບໃຫ້ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດ.”

ເຮັດວຽກຮ່ວມກັບພະແນກທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການລີຄອບ ໄດ້ຈັດຫຼັກສູດການຝືກອົບຮົມເປັນເວລາ 5 ມື້ຢູ່ແຂວງໄຊຍະບູລີໃນເດືອນ ຕຸລາ 2019. 

ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 20 ທ່ານຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເມືອງ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ. ຜ່ານການສະເໜີ, ການປຶກສາຫາລື, ການເຮັດວຽກເປັນກຸ່ມ, ການທົດລອງ ແລະ ການເຮັດວຽກຢູ່ພາກສະໜາມ, ພວກເຂົາໄດ້ຮຽນຮູ້ກ່ຽວກັບຄວາມສຳຄັນຂອງການວາງແຜນການນຳໃຊ້ທີ່ດິນແບບມີ
ສ່ວນຮ່ວມສຳລັບການຄຸ້ມຄອງປ່າໄມ້ແບບລວມສູນ. ພວກເຂົາຍັງໄດ້ຝຶກອົບຮົມເຕັກນິກການສ້າງແຜນທີ່ໃນຊຸມຊົນ ເພື່ອເຮັດການສຳຫຼວດປ່າໄມ້ແບບມີສ່ວນຮ່ວມ. 

ທ່ານ ລິນທອງ ກຸມບາສິດ, ພະນັກງານປ່າໄມ້ຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງພຽງ ແຂວງໄຊຍະບູລີກ່າວວ່າ: “ກອງປະຊຸມປຶກສາຫາລືໄດ້ຊ່ວຍໃຫ້ຂ້ອຍໄດ້ຮັບຄວາມຮູ້ໃໝ່ ໂດຍສະເພາະກ່ຽວກັບນະໂຍບາຍຂອງລັດຖະບານ, ຂ້ອຍຍັງໄດ້ຮຽນຮູ້ຫຼາຍຢ່າງຈາກຜູ້ເຂົ້າຮ່ວມການປະຊຸມໃນຄັ້ງນີ້ທີ່ມາຈາກເມືອງ ແລະ ແຂວງອື່ນໆ. ແລະ ຂ້ອຍໄດ້ຮັບຫຼາຍໆທັກສະທີ່ສຳຄັນເຊັ່ນ: ວິທີການນຳໃຊ້ຕຳແໜ່ງພູມສາດ ແລະ ລະບົບຂໍ້ມູນຂ່າວສານດ້ານພູມສາດ.” 

ກອງປະຊຸມປຶກສາຫາລືໃນຄັ້ງນີ້ແມ່ນພາກສ່ວນໜຶ່ງຂອງໂຄງການຟໍລີດ, ເຊິ່ງໄດ້ນຳພາລິເລີ່ມໂຄງການໂດຍອົງການລີຄອບ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢູ່ ສປປ ລາວ, ໄທ ແລະ ຫວຽດນາມ. ຂໍ້ລິເລີ່ມສະພາບດິນຟ້າອາກາດສາກົນ (IKI) ຂອງກະຊວງສິ່ງແວດລ້ອມ, ການອະນຸລັກທຳມະຊາດ ແລະ ຄວາມປອດໄພດ້ານນິວເຄຼຍ (BMU) ຂອງສະຫະພັນເຢຍລະມັນເປັນຜູ້ໃຫ້ທຶນສະໜັບສະໜູນຂໍ້ລິເລີ່ມນີ້

ການເຮັດວຽກກັບບັນດາຊຸມຊົນໃນທ້ອງຖິ່ນ

ທ່ານ ບຸນຍະເດດ ກ່າວວ່າ “ດ້ວຍການວາງແຜນການນຳໃຊ້ທີ່ດິນແບບມີສ່ວນຮ່ວມ, ຊາວບ້ານຈຶ່ງມີແນວຄວາມຄິດທີ່ຊັດເຈນກ່ຽວກັບເຂດແດນຂອງບ້ານຂອງພວກເຂົາ, ລວມທັງເນື້ອທີ່ດິນ ແລະ ເນື້ອທີ່ປ່າໄມ້ໃນແຕ່ລະບ້ານ. ນອກນັ້ນ, ຍັງຈະຊ່ວຍໃຫ້ຊາວບ້ານເຂົ້າໃຈດີວ່າຊັບພະຍາກອນໃດມີຢູ່ ແລະ ຄວນຈະບໍລິຫານຄຸ້ມຄອງຊັບພະຍາກອນທີ່ມີຢູແບບໃດ.”

ທັງ 5 ບ້ານໄດ້ຖືກຄັດເລືອກຕາມ 3 ເງື່ອນໄຂ. ຕ້ອງມີໂອກາດສຳລັບການຟື້ນຟູປ່າໄມ້ ແລະ ມີຜະລິດຕະພັນຈາກປ່າທີ່ບໍ່ແມ່ນໄມ້ທ່ອນ ເຊັ່ນວ່າ: ເປືອກປໍສາ. ບັນດາບ້ານດັ່ງກ່າວຍັງຕ້ອງໄດ້ຕັ້ງຢູ່ນອກໜຶ່ງໃນສາມປະເພດປ່າໄມ້ຂອງປະເທດ, ເຊິ່ງປະກອບມີ: ປ່າຜະລິດ, ປ່າສະຫງວນ ແລະ ປ່າປ້ອງກັນ. ແລະ ບັນດາບ້ານຕ່າງໆບໍ່ສາມາດເປັນ
ເປົ້າໝາຍຂອງໂຄງການໂຄງສ້າງພື້ນຖານໂຄງລ່າງໃຫຍ່ໃນ 4 ປີຂ້າງໜ້າ. 

ທ່ານ ບຸນຍະເດດ ກ່າວວ່າ “ແນ່ນອນຊາວບ້ານເຕັມໃຈທີ່ຈະເຂົ້າຮ່ວມໂຄງການ”. 

Bamboo paper

ສະມາຊິກຊຸມຊົນທ່ານໜຶ່ງຢູ່ແຂວງ ໄຊຍະບູລີ, ສປປ ລາວ ແປຮູບໄມ້ໄຜ່ ເຊິ່ງເປັນຜະລິດຕະພັນຈາກປ່າທີ່ບໍ່ແມ່ນ
ໄມ້ທ່ອນ ເພື່ອເຮັດເຈ້ຍ. 

ທ່ານກ່າວຕື່ມວ່າ ການນຳແຜນການນຳໃຊ້ທີ່ດິນແບບມີສ່ວນຮ່ວມໄປປະຕິບັດຕົວຈິງຈະຊ່ວຍໃຫ້ຜູ້ເຂົ້າຮ່ວມກອງປະຊຸມປຶກສາຫາລືເປັນຜູ້ຄຸ້ມຄອງຊັບພະຍາກອນທີ່ດີຂຶ້ນ ແລະ ນຳໄປສູ່ການປັບປຸງແນວທາງການປະຕິບັດຂອງລັດຖະບານ ແລະ ຊຸກຍູ້ສົ່ງເສີມຜົນຕອບແທນທາງດ້ານເສດຖະກິດ - ສັງຄົມຂອງຊຸມຊົນ. 

ທ່ານ ບຸນຍະເດດ ກ່າວວ່າ “ມັນຈະຊ່ວຍປ້ອງກັນ ແລະ ຫຼຸດຜ່ອນການເຮັດໄຮ່ເລື່ອນລອຍ ແລະ ການນຳໃຊ້ທີ່ດິນ ແລະ ປ່າໄມ້ທີ່ເປັນອັນຕະລາຍ. ນອກນັ້ນ, ມັນຍັງຈະຊ່ວຍຫຼຸດຜ່ອນການຕັດໄມ້ທຳລາຍປ່າ, ການເສື່ອມໂຊມຂອງປ່າໄມ້ ແລະ ຂໍ້ຂັດແຍ່ງ ແລະ ປະກອບສ່ວນເຂົ້າໃນການຫຼຸດຜ່ອນ ແລະ ການປັບຕົວຈາກການປ່ຽນແປງສະພາບດິນ
ຟ້າອາກາດ.” 

###

ເລື່ອງນີ້ຜະລິດຂຶ້ນດ້ວຍການສະໜັບສະໜູນດ້ານການເງິນຂອງຂໍ້ລິເລີ່ມສະພາບດິນຟ້າອາກາດສາກົນ (IKI) ຂອງກະຊວງສິ່ງແວດລ້ອມ, ການອະນຸລັກທຳມະຊາດ, ອາຄານ ແລະ ຄວາມປອດໄພດ້ານນິວເຄຼຍ (BMU) ຂອງສະຫະພັນ
ເຢຍລະມັນ. ເນື້ອໃນຂອງມັນແມ່ນຄວາມຮັບຜິດຊອບຂອງອົງການ RECOFTC ແຕ່ພຽງຜູ້ດຽວ ແລະ ບໍ່ຈຳເປັນຕ້ອງ
ສະທ້ອນເຖິງທັດສະນະຂອງ BMU. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບໂຄງການ FLOURISH 
ສາ​ມາດ​ເຂົ້າ​ໄປ​ເບິ່ງ​ທີ່
ເວັບ​ໄຊ​ນີ້
 

ວຽກງານຂອງອົງການ RECOFTC ເກີດຂຶ້ນໄດ້ດ້ວຍການສະໜັບສະໜູນ ຂອງອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດເຊີແລນ (SDC) ແລະ ອົງການຮ່ວມມື ເພື່ອການພັດທະນາສາກົນຂອງສະວີເດັນ (Sida).