RECOFTC ສປປ ລາວ
ເລື່ອງລາວ

ການສະທ້ອນເຖິງການ ເປັນຄູ່ຮ່ວມງານ: ເຮົາຈະ ຊ່ວຍພາກເອກະຊົນໃຫ້ເຮັດວຽກຮ່ວມກັບຊຸມຊົນທ້ອງຖິ່ນໄດ້ດີຂື້ນກວ່າເກົ່າໄດ້ແນວໃດ? ກໍລະນີສຶກສາຈາກ ສປປ ລາວ

09 February 2018
Deth Phouangmala, RECOFTC – Lao PDR Country Program
Practitioner's Insights

ໜຶ່ງ ໃນຈໍານວນຄຸນຄ່າຫຼັກ ຂອງ RECOFTC ແມ່ນກ່ຽວຂ້ອງກັບການຜັກດັນໃຫ້ຜູ້ດຳເນີນການຈາກຫຼາຍພາກສ່ວນ ໃນ ແບບແຜນການປະຕິບັດແບບມີສ່ວນຮ່ວມ ຂອງວຽກງານປ່າໄມ້ຊຸມຊົນແບບຍືນນານ ແລະ ຢູ່ນີ້ ໃນແຜນງານລະດັບປະເທດ ຂອງ ສ.ປ.ປ.ລາວ (LCP), ພວກເຮົາ ໄດ້ໂອກາດຢ່າງພຽງພໍເພື່ອຢັ້ງຢືນປະສິດທິພາບ ຂອງ ແບບແຜນດັ່ງກ່າວ. ໃນຊຸມປີຜ່ານມາມໍ່ໆນີ້, ເຫັນວ່າ ຢູ່ ສປປ ລາວ ມີການລົງທຶນຂອງຕ່າງປະເທດເພີ່ມຂຶ້ນ, ມີການພັດທະນາພື້ນຖານໂຄງລ່າງ ແລະ ການຂະຫຍາຍການຜະລິດທຸລະກິດກະສິກໍາ. ດັ່ງນັ້ນ, ພາກສວນກ່ຽວຂ້ອງທີ່ສໍາຄັນພາກສ່ວນໜື່ງ ທີ່ມັກບໍ່ໄດ້ເຂົ້າຮ່ວມໃນການສົນທະນາ ກ່ຽວກັບ ປ່າໄມ້ຊຸມຊົນ ນ້ັນແມ່ນ: ພາກເອກະຊົນ.

 

ການທີ່ບໍ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ກັບພາກເອກະຊົນ, ພວກເຮົາຂາດໂອກາດທີ່ສໍາຄັນ ເພື່ອປັບປຸງຊີວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນ. ການເຮັດວຽກກັບພາກເອກະຊົນ ຍັງເປັນໂອກາດ ເພື່ອແກ້ໄຂການດໍາເນີນທຸລະກິດທີ່ອາດເກີດຄວາມເສຍຫາຍ ທີ່ສາມາດນໍາໄປສູ່ການທໍາລາຍປ່າໄມ້ໄດ້. ແຕ່ເຖິງຢ່າງໃດກໍຕາມ, ຢູ່ ສປປ ລາວ, RECOFTC ໄດ້ດຳເນີນການໃນການເຂົ້າຮ່ວມ ຢ່າງປະສົບຜົນສໍາເລັດ ແລະ ນໍາໃຊ້ຈຸດໄດ້ປຽບ ດ້ານຄວາມສົນໃຈ ຂອງພາກເອກະຊົນ!

ໃນ ສິບປີ ທີ່ຜ່ານມາ, ບໍລິສັດ ສະໂຕຣາ ເອັນໂຊ ສ.ປ.ປ.ລາວ (Stora Enso Lao PDR, SEL), ຊຶ່ງເປັນບໍລິສັດ ປູກໄມ້/ກະສິກໍາປ່າໄມ້ ທີ່ມາຈາກ ພາກພື້ນສະແກນດີນາວຽນ, ໄດ້ເຮັດວຽກກັບຊຸມຊົນທ້ອງຖີ່ນ ໃນແຂວງສະຫວັນນາເຂດ, ສາລະວັນ ແລະ ຄໍາມ່ວນ ຢູ່ພາກໃຕ້ ເພື່ອປູກຕົ້ນວິກ ໃນທີ່ດິນທີ່ເຊົ່າໄລຍະຍາວ ຫລືໄລຍະສັ້ນ.  ອັນນີ້ບໍ່ແມ່ນ ການດໍາເນີນທຸລະກິດຂະໜາດນ້ອຍເລີຍ. ໃນປັດຈຸບັນ, ການສ້າງຕົວແບບກະສິກໍາ ແລະ ປ່າໄມ້ປະສົມປະສານຂອງ ບໍລະສັດ SEL ກວມເອົາເນື້ອທີ່ທັງໝົດ 3,000 ເຮັກຕາ ຊຶ່ງກວມເອົາປະມານ 2,350 ຄົວເຮືອນ ຢູ່ໃນ 47 ບ້ານ ແລະ 9 ເມືອງ. ບໍ່ພຽງສະເພາະແຕ່ ບໍລິສັດ SEL ໄດ້ຮັບຜົນປະໂຫຍດຈາກ ການເຂົ້າຮ່ວມດັ່ງກ່າວນີ້, ເຂົາເຈົ້າ ຍັງນໍາເອົາ ຜົນປະໂຫຍດ ມາໃຫ້ຊຸມຊົນທ້ອງຖີ່ນ ດ້ວຍການເຊົ່າທີ່ດິນ, ກອງທຶນພັດທະນາບ້ານ, ການສະໜອງແຮງງານ ຜ່ານການສ້າງຕົວແບບການປູກໄມ້, ການເກັບກູ້ລະເບີດ ແລະ ການຜະລິດເຂົ້າ ແລະ ພືດອື່ນໆ ຢູ່ລະຫວ່າງກາງຂອງແຖວຕົ້ນໄມ້ວຽກທີ່ປູກ ແລະ ແຕ່ລະແຖວ ແມ່ນມີໄລຍະຫ່າງກັນ 9 ແມັດ. ຕົວແບບ ຂອງບໍລິສັດ ສະໂຕຣາ ເອັນໂຊ ສາມາດເປັນຕົວແບບທຸລະກິດປ່າໄມ້ທີ່ີມີຄວາມຮັບຜິດຊອບ, ຊຶ່ງ ໂດຍມີການສະໜັບສະໜູນ ຂອງ RECOFTC ແລະ ຄູ່ຮ່ວມງານທ້ອງຖິ່ນ ສາມາດຜັນຂະຫຍາຍອອກຕື່ມ ເພື່ອປັບປຸງຊີວິດການເປັນຢູ່ ຂອງປະຊາກອນທີ່ກວ້າງຂວາງຂຶ້ນອີກ ຊຶ່ງລວມຢູ່ໃນ ຂົງເຂດ ຂອງ ຄວາມທ່ຽງທຳ ດ້ານບົດບາດຍິງຊາຍ, ການຄໍ້າສະບຽງອາຫານ ແລະ ການເຂົ້າເຖິງ ຕະຫຼາດ. 

ສ່ວນຫລາຍແລ້ວ ບໍລິສັດ SEL ປະຕິບັດຕາມມາດຕະຖານ ທີ່ໜ້າຍົກຍ້ອງ ໃນເວລາເຮັດວຽກກັບຊຸມຊົນທ້ອງຖີ່ນ  ແຕ່ກໍຍັງຈະໄດ້ສືບຕໍ່ ເພີ່ມມາດຕະການນັ້ນຂຶ້ນຕໍ່ໄປ. ເຖີງຢ່າງໃດກໍຕາມ,​ ຍ້ອນເປັນການດໍາເນີນງານຂະໜາດໃຫຍ່ຄືເຊັ່ນນັ້ນ, ມັນກໍແມ່ນຫຍຸ້ງຍາກທີ່ຈະປັບປຸງໃນອັດຕາທີ່ຕ້ອງການ. ໃນຈຸດນີ້ເອງ ທີ່ຄວາມຊຳນານງານຂອງ RECOFTC ໄດ້ຊ່ວຍມາເຖີງປັດຈຸບັນ. ເຊີ່ງລີຄອບ ເປັນອົງການຈັດຕັ້ງທີ່ສຸມໃສ່ ການພັດທະນາຄວາມອາດສາມາດ, ພວກເຮົາ ຈຶ່ງຢືນຢູ່ໃນຕໍາແໜ່ງທີ່ເໝາະສົມ ໃນການຊ່ວຍພະນັກງານພາກສະໜາມ ຂອງ SEL ໃຫ້ເຂົ້າໃຈໄດ້ດີຂຶ້ນ ຕໍ່ກັບວ່າ ບໍລິສັດ ຕ້ອງການໃຫ້ຖືກເບິ່ງແນວໃດ, ຜົນປະໂຫຍດ ຂອງການເຮັດວຽກກັບຊຸມຊົນທ້ອງຖີ່ນ ແລະ ວິທີທາງ ທີ່ບໍລິສັດ ສາມາດປຶກສາຫາລື ແລະ ຊຸກຍູ້ການເຂົ້າຮ່ວມກັບ ຊຸມຊົນຕ່າງໆໄດ້ດີຂຶ້ນ. ເພື່ອສົ່ງເສີມສິ່ງດັ່ງກ່າວນີ້, RECOFTC ໄດ້ເຂົ້າຮ່ວມ ໃນການເປັນຄູ່ຮ່ວມງານ ລະຫວ່າງ ບໍລິສັດ SEL ແລະ ອົງການ ບ້ານຈຸດສຸມສາກົນ (VFI) ເພື່ອພັດທະນາຄວາມອາດສາມາດຂອງບໍລິສັດ SEL. ສິ່ງດັ່ງກ່າວນີ້ ໄດ້ຮັບການສະໜັບສະໜູນ ໂດຍໄດ້ຮັບທືນຈາກ ອົງການຄຸ້ມຄອງທີ່ດິນພາກພື້ນແມ່ນຳ້ຂອງ (MRLG), ໂດຍໄດ້ຮັບການບໍລິການຄໍາປຶກສາຈາກ ການຮ່ວມມືສາກົນດ້ານການເງີນ (IFC).

ຍ້ອນວ່າ ເປົ້າໝາຍລວມ ຂອງການເປັນຄູ່ຮ່ວມງານ ແມ່ນເພື່ອປັບປຸງ ແລະ ສ້າງຄວາມເຂັ້ມແຂງ ແກ່ ພະນັກງານພາກສະໜາມ ຂອງບໍລິສັດ SEL ໃຫ້ມີຄວາມອາດສາມາດເຮັດວຽກກັບ ຊຸມຊົນທ້ອງຖີ່ນ ແລະ ເອົາຊຸມຊົນທ້ອງຖີ່ນເຂົ້າມີສ່ວນຮ່ວມ ໃນພື້ນທີ່ເປົ້າໝາຍ ຂອງບໍລິສັດ, ພວກເຮົາໄດ້ດຳເນີນງານ ແລະ ນຳໃຊ້ແບບວີທີການທີ່ມີສ່ວນຮ່ວມ. ແບບວີທີນີ້ ໄດ້ລວມເອົາທັງຊຸມຊົນຕ່າງໆ ແລະ ພະນັກງານພາກສະໜາມ ຂອງ SEL, ໂດຍເນັ້ນໜັກໃສ່ການຝຶກອົບຮົມໃນຂົງເຂດຂອງ ແນວຄວາມຄິດ ກ່ຽວກັບ ການເຫັນດີເຫັນພ້ອມ ໂດຍການຮັບຮູ້ຂ້ໍມູນລ່ວງໜ້າ (FPIC), ທັດສະໃນການອໍານວຍຄວາມສະດວກ, ການແກ້ໃຂຂໍ້ຂັດແຍ່ງ ແລະ ການສ້າງຕ່ອງໂສ້ມູນຄ່າ. ໂດຍການເຂົ້າຮ່ວມງານນໍາກັນ ເປັນໄລຍະ ຫ້າ ວາລະ, ພວກເຮົາສາມາດ ສະແດງອອກໃຫ້ເຫັນວ່າ ການສ້າງຄວາມເຂັ້ມແຂງໃນການປົກປ້ອງສັງຄົມ ແລະ ການຮັບປະກັນດ້ານວິທີການທີ່ຖືກຕ້ອງ ໃນການປຶກສາຫາລື ແລະ ການເຫັນດີເຫັນພ້ອມ, ສາມາດນຳຜົນປະໂຫຍດ ມາໃຫ້ ທັງຊຸມຊົນ ແລະ ການດໍາເນີນທຸລະກິດ. ຢູ່ໃນວາລະນັ້ນ ໄດ້ລວມມີິ ທັງການຝຶກອົບຮົມແບບມີສ່ວນຮ່ວມແລກປ່ຽນນຳກັນ ແລະ ການທັດສະນະສຶກສາ, ກອງປະຊຸມປຶກສາຫາລື, ການລົງເບີ່ງພາກສະໜາມຕົວຈິງ ແລະ ການນຳພາເຮັດກັບທີ່.

ໂຄງການລິເລີ້ມຂອງພວກເຮົາ ແມ່ນປະສົບຜົນສໍາເລັດ ແລະ ພວກເຮົາສາມາດບັນທຶກ ຄວາມຄືບໜ້າທີ່ດີໄດ້: ທ່ານ ສົງຂາ ລັດໂພ, ຊຶ່ງເປັນພະນັກງານຂອງບໍລິສັດ SEL ໃນທິມງານທີ່ດິນຢູ່ເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ກ່າວໄວ້ວ່າບໍ່ເໝືອນກັນກັບໃນເມື່ອກ່ອນ, ປັດຈຸບັນນີ້, ທິມງານ ກໍາລັງນໍາໃຊ້ ຂະບວນການ FPIC ຢູ່ໃນບ້ານເປົ້າໝາຍຂອງເຂົາເຮົາ”. RECOFTC ບໍ່ພຽງແຕ່ປັບປຸງ ຄວາມອາດສາມາດ ຂອງພະນັກງານພາກສະໜາມ ຂອງບໍລິສັດ SEL ເທົ່ານັ້ນ ແຕ່ເຂົາເຈົ້າຍັງໄດ້ປັບປຸງ ທັດສະໃນການອໍານວຍຄວາມສະດວກ ແລະ ການດຶງຊຸມຊົນເຂົ້າມີສ່ວນຮ່ວມ. ທ່ານ ລັດໂພ ຍັງໄດ້ ສະເໜີໃຫ້ຮູ້ອີກອີກ:ຂະບວນການຕັດສິນໃຈ ປັດຈຸບັນນີ້ ແມ່ນຊຸມຊົນທັງໝົດເປັນຜູ້ຕັດສິນໃຈ ຊຶ່ງລວມມີທັງແມ່ຍິງ, ຫຼັງຈາກ ທິມງານບໍລິສັດ SEL ໃຫ້ຂໍ້ມູນຢ່າງພຽງພໍ.” ປັດຈຸບັນນີ້, ພວກເຮົາໝັ້ນໃຈຂຶ້ນຕື່ມ ວ່າ ພະນັກງານພາກສະໜາມ ທີ່ໄດ້ຜ່ານການຝຶກອົບຮົມ ຂອງເຂົາເຈົ້າ ເຂົ້າຮ່ວມກັບຊຸມຊົນທ້ອງຖີ່ນ ດ້ວຍຄວາມເຄົາລົບນັບຖື ແລະ ມີປະສິດທິຜົນ, ຊຶ່ງເປັນສິ່ງໜຶ່ງທີ່ຈະໄດ້ຄໍານຶງເຖີງແມ່ນບົດບາດຍິງຊາຍ ແລະ ລວມເອົາ ແນວທາງປະຕິບັດ ທີ່ເປັນລັກສະນະລວມໝູ່ຫຼາຍຂຶ້ນ ເຂົ້າໃນການຕະຫຼາດ ແລະ ການຂາຍຜະລິດຕະພັນຂອງຊຸມຊົນ. ສຸດທ້າຍ, ຄືດັ່ງທີ່ໄດ້ເວົ້າຜ່ານມາ, ໂຄງການນີ້ ໄດ້ສ້າງຜົນປະໂຫຍດ ແກ່ຊຸມຊົນທ້ອງຖີ່ນນໍາອີກ. ໂດຍການນໍາໃຊ້ ມາດຕະການແບບມີສ່ວນຮ່ວມ ຜ່ານທາງ ການຮ່ວມງານນີ້ ແລະ ມີເຄື່ອງມືສື່ສານສະເພາະ ເຊັ່ນ ວີດີໂອ ກ່ຽວກັບ ການເຈລະຈາ ແບບເຊື່ອໃຈກັນ, ຊຸມຊົນສາມາດເຂົ້າໃຈໄດ້ດີຂຶ້ນ ຕໍ່ກັບການດໍາເນີນທຸລະກິດ ຂອງ ບໍລິສັດ SEL ພ້ອມທັງ ເພີ່ມສຽງ ແລະ ຄຳຄິດຄຳເຫັນຂອງພວກເຂົາເອງ ໃນການຮ່ວມງານທີ່ເປັນໄປໄດ້ ໃນອະນາຄົດ. ສະຫຼູບແລ້ວ,​ ໂຄງການນີ້ ໄດ້ຊ່ວຍຄໍ້າປະກັນ ການຄຸ້ມຄອງບໍລິຫານທີ່ດີ ແລະ ເປັນທໍາ, ສິດໃນການຄໍ້າປະກັນ ຊີວິດການເປັນຢູ່ຂອງຊຸມຊົນ ແລະ ສ້າງການດຳເນີນການຄຸ້ມຄອງແບບຍືນນານ ຈາກທັດສະນະຂອງທັງຊຸມຊົນ ແລະ ທຸລະກິດ. ພວກເຮົາຮູ້ສຶກປາບປຶ້ມໃຈ ທີ່ໄດ້ປະກອບສ່ວນ ຕໍ່ການຮ່ວມງານນີ້.  

ຄືດັ່ງທີ່ໂຄງການລິເລີ່ມນີ້ ໄດ້ສະແດງໃຫ້ເຫັນ, ພາກເອກະຊົນສາມາດໄດ້ຮັບຜົນປະໂຫຍດ ຈາກ ການຄຸ້ມຄອງທີ່ຖືກຕ້ອງ ຮ່ວມກັບປະຊາຊົນທ້ອງຖີ່ນ. ໃນເວລານີ້, ພວກເຮົາກໍາລັງສົນທະນາກັນຢູ່ວ່າ ບໍລິສັດ SEL ສາມາດ ຜັນຂະຫຍາຍຄວາມສາມາດຂອງເຂົາເຈົ້າໄດ້ແນວໃດ ເພື່ອໃຫ້ເຂົ້າເຖີງຊຸມຊົນຫຼາຍຂຶ້ນ, ນຳໃຊ້ ພືດ ແລະ ສັດລ້ຽງຫລາຍປະເພດ ແລະ ແນະນໍາຕະຫຼາດໃໝ່ໆ ແກ່ຊຸມຊົນເຫຼົ່ານີ້. ຄູ່ຮ່ວມງານທັງໝົດ ເຫັນດີວ່າ ການລວມເອົາ ປະຊາຊົນທ້ອງຖີ່ນ ເຂົ້າໃນບາດກ້າວຕ່ອງໂສ້ຄຸນຄ່າ ຈະເປັນຜົນປະໂຫຍດ ແກ່ ທຸກໆຄົນ ແລະ ພວກເຮົາກໍາລັງຄົ້ນຊອກຫາວິທີທາງໃໝ່ ເພື່ອປັບປຸງ ຄຸນນະພາບຊີວິດຢູ່ໃນພາກພຶ້ນ! ການຮ່ວມງານອັນນີ້ ລະຫວ່າງ RECOFTC, SEL, VFI, ຊຸມຊົນທ້ອງຖີ່ນ ແລະ ອົງການຈັດຕັ້ງທາງສັງຄົມອື່ນໆ ທີ່ເຮັດວຽກໃນປະເທດລາວ ແມ່ນເປັນໜື່ງຂອງຕົວຢ່າງຫຼາຍອັນ ທີ່ຈະເຮັດໃຫ້ ແນວທາງປະຕິບັດແບບມີສ່ວນຮ່ວມ ຢູ່ໃນປ່າໄມ້ຊຸມຊົນ ສາມາດທໍາໜ້າທີ່ ເປັນແຮງກະຕຸ້ນໃຫ້ເກີດການປ່ຽນແປງ. ໂດຍປະກອບດ້ວຍທັກສະຕ່າງໆ ແລະ ທັດສະນະຂອງຜູ້ມີສ່ວນກ່ຽວຂ້ອງຈາກຫຼາຍພາກສ່ວນ, ປ່າໄມ້ຊຸມຊົນ ແມ່ນຕົວເຊື່ອມ ທີ່ເຮັດໃຫ້ຄວາມພະຍາຍາມຮ່ວມກັນຂອງພວກເຮົາ ໃນການຄົ້ນຫາ ຄວາມທ່ຽງທຳ, ການຄຸ້ມຄອງຈັດສັນປ່າໄມ້ ແບບຍືນນານ ແລະ ສັງຄົມທີ່ເປັນທຳກວ່າ ຫລາຍຂຶ້ນ ສາມາດບັນລຸຜົນສຳເລັດ.