RECOFTC ສປປ ລາວ
ເລື່ອງລາວ

ອະນາຄົດ ຂອງປ່າໄມ້: ການພັດທະນາ ຄວາມເປັນໄປໄດ້ ຂອງຊາວໜຸ່ມ ເພື່ອສະໜັບສະໜູນ ຄວາມກັງວົນຂອງທ້ອງຖີ່ນ ກ່ຽວກັບ ການປ່ຽນແປງດິນຟ້າອາກາດ ຢູ່ ສ.ປ.ປ.ລາວ

16, May 2016
RECOFTC Staff
ທ່ານ ນາງ ວຽງເພັດ ໄດ້ໃຊ້ເວລາ ຫຼາຍປີ ໃນການສົ່ງເສີມ ຊາວໜຸ່ມຂອງປະເທດ ໃຫ້ມີບົດບາດ ໃນການຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ. ຄວາມສູ້ຊົນຂອງລາວໄດ້ຮັບການຕອບແທນ.
Stories of Change

ການຫັນປ່ຽນ ແມ່ນໄດ້ມີຄວາມຄືບໜ້າແບບງຽບໆ ຢູ່ໃນປະເທດລາວ ແລະ ຢູ່ເບື້ອງຫຼັງ ແມ່ນແມ່ຄົນໜຸ່ມ ຜູ້ສະຫງົບ ແລະ ຖ່ອມໂຕ ທີ່ມີລູກນ້ອຍອາຍຸສອງເດືອນ. ນາງ ວຽງເພັດ ມີອາຍຸ ພຽງແຕ່ 29 ປີ ແຕ່ລາວ ໄດ້ມີອິດທິພົນ ຕໍ່ ຊີວິດຂອງອາສາສະໝັກຫຼາຍກວ່າ 60 ຄົນ ຢູ່ ສປປ ລາວ. ແມ່ນຄົນໜຸ່ມນ້ອຍເຫຼົ່ານີ້ ທີ່ກະແຈກກະຈາຍອອກໄປ ເພື່ອເຊື່ອມໂຍງກັບເດັກນ້ອຍນັກຮຽນ ໃນເຂດຊົນນະບົດ ແລະ ກຸ່ມຊຸມຊົນ ທີ່ຢູ່ທົ່ວປະເທດ ເພື່ອສອນ ແລະ ຄົ້ນຫາສິ່ງທີ່ຫຼາຍຄົນເຊື່ອ ແມ່ນບັນຫາໃຫຍ່ໃນເວລານີ້: ການປ່ຽນແປງດິນຟ້າອາກາດ

ໃນຄະນະທີ່ ເດັກນ້ອຍພວມເຕີບໃຫຍ່ ຢູ່ ບ້ານ ນາໄຫ, ຊຶ່ງເປັນບ້ານນ້ອຍບ້ານໜື່ງ ທີ່ຢູ່ນອກວຽງຈັນ,ນາງ ວຽງເພັດ ໄດ້ຫວນຄືນຄວາມຈໍາ ໃນວັນທີ່ກຸ່ມຂອງອາສາສະໝັກໜຸ່ມ ໄດ້ມາໂຮງຮຽນຂອງນາງ ແລະ ໄດ້ຈັດກິດຈະກໍາຕ່າງໆ ໃນຫ້ອງຮຽນ. ອາສາສະໝັກໜຸ່ມໄດ້ສ້າງຄວາມປະທັບໃຈ ນ. ວຽງເພັດໄດ້ຕັດສິນໃຈໃນວັນນັ້ນ ວ່າລາວເອງອາດຈະມີມື້ໜື່ງ ທີ່ໄດ້ເປັນອາສາສະໝັກແບບພວກເຂົາ.

ນ. ວຽງເພັດ ໄດ້ບັນລຸຄວາມຫວັງຂອງລາວ ຫວ່າງສອງສາມປີຕໍ່ມາເທົ່ານັ້ນ. ລາວໄດ້ກາຍເປັນອາສາສະໝັກ ປະຈຳ ຢູ່ທ່ີ່ສູນພັດທະນາເດັກນ້ອຍໃນວຽງຈັນ. ມື້ໜຶ່ງ ສູນ ໄດ້ມີແຂກພິເສດຄື ທ່ານ ສົມບັດ ສົມພອນ, ຊຶ່ງເປັນຄົນທໍາອິດ ຂອງ ສປປ ລາວ ແລະ ເປັນພຽງຜູ້ໜຶ່ງດຽວ ທີ່ໄດ້ຮັບລາງວັນ “ຣາມອນ ແມັກໄຊໄຊ” (Ramon Magsaysay Award) ທາງດ້ານການນໍາພາຊຸມຊົນ, ຊຶ່ງເປັນລາງວັນທີ່ມີກຽດ ຖ້າສົມທຽບໃສ່ ລາງວັນໂນເວວ (Nobel Prize) ຂອງອາຊີ. ນ. ວຽງເພັດ ມີຄວາມຕື່ນເຕັ້ນ ທີ່ມີໂອກາດໄດ້ຟັງລາວເວົ້າ ແຕ່ບໍ່ເຄີຍຄິດເດົາເລີຍວ່າ ວັນນັ້ນຈະປ່ຽນຊີວິດຂອງລາວ.

ຫົວໜ້າສູນພັດທະນາເດັກນ້ອຍໃນວຽງຈັນ ໄດ້ເຂົ້າຫາ ແລະ ເວົ້າກັບ ທ່ານ ສົມບັດ ວ່າທ່ານເປັນຕ້ອງຊ່ວຍ ນ.ວຽງເພັດ.ລາວ ມີທ່າແຮງແຕ່ຕ້ອງມີການສືບຕໍ່ດ້ານການສຶກສາຂອງລາວ ແລະ ຮັບປະສົບການດ້ານວຽກງານຫຼາຍຂຶ້່ນຕື່ມ.” ທ່ານ ສົມບັດ ໄດ້ຊ່ວຍນໍາເອົາຄໍາແນະນໍາ ໄປຜັນຂະຫຍາຍຕໍ່ໄປ. ຫຼາຍເດືອນຕໍ່ມາ ນ. ວຽງເພັດໄດ້ຮັບທຶນການສຶກສາ ໄປຮຽນດ້ານການພັດທະນາສັງຄົມ ໃນມະຫາໄລແຫ່ງຊາດລາວ ແລະ ເປັນອາສາສະມັກ ຢູ່ທີ່ ສູນ PADECT, ຊຶ່ງເປັນ ອົງການທີ່ບໍ່ສັງກັດລັດ ທີ່ ທ່ານ ສົມບັດ ເປັນຜູ້ກໍ່ຕັ້ງຂຶ້ນ.

ສິ່ງໜຶ່ງທີ່ດີ ຈະນໍາໄປສູ່ ສິ່ງອື່ນຕໍ່

ທ່ານ ນາງ ຈັນທະລັງສີ, ຜູ້ຊີ້ນຳ ນາງ ວຽງເພັດ ທີ່ ສູນ PADECT (ເຊິ່ງປະຈຸບັນ ໄດ້ຖືກແຍກອອກເປັນ ອົງການໃຫມ່ທີ່ເອີ້ນວ່າ ສະມາຄົມພັດທະນາຊົນນະບົດ), ກໍ່ໄດ້ຮັບຮູ້ເຖິງ ຄວາມສາມາດຂອງ ນາງ ວຽງເພັດ ໃນການກໍ່ສ້າງຊຸມຊົນທ້ອງຖິ່ນ ແລະ ເຊື່ອມຕໍ່ກັບຊາວຫນຸ່ມ. ດັ່ງນັ້ນນາງ ຈັນທະລັງສີ ໄດ້ມອບວຽກທີ່ທ້າທາຍແກ່ ນາງ ວຽງເພັດ - ການເຮັດວຽກຮ່ວມກັບຊຸມຊົນ ແລະ ຊາວຫນຸ່ມກ່ຽວກັບບັນຫາການປ່ຽນແປງດິນຟ້າອາກາດ, ຄວາມທ່ຽງທຳແລະ ວຽກການລຸດຜ່ອນທາດອາຍພິດເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ເຊື່ອມໂຊມ (ເຣດບວກ (REDD+).

ນາງ ວຽງເພັດ ມີຄວາມກັງວົນ, "ຂ້າພະເຈົ້າ ຮູ້ຫນ້ອຍດຽວ ກ່ຽວກັບ ສະພາບການປ່ຽນແປງດິນຟ້າອາກາດ, ປ່າໄມ້ ແລະ ການປົກປ້ອງທາງສັງຄົມ. ແລະ ການຄຸ້ມຄອງໂຄງການໃຫມ່ ເປັນຄວາມຮັບຜິດຊອບອັນໃຫຍ່ຫຼວງ."

"ຂ້ອຍ ຮູ້ວ່າ ມັນເປັນສິ່ງທ້າທາຍ, ແຕ່ ເຈົ້າກໍ່ສາມາດເຮັດໄດ້," ນາງຈັນທະລັງສີ ຢືນຢັນ ກັບນາງ ວຽງເພັດ. "ສະພາບການປ່ຽນແປງດິນຟ້າອາກາດແມ່ນມີຄວາມສໍາຄັນ, ແລະ ມີສອງກຸ່ມທີ່ຈໍາເປັນຈະຕ້ອງເຂົ້າໃຈກ່ຽວກັບມັນ ເຊັ່ນ: ກຸ່ມຊາວຫນຸ່ມ ແລະ ຊຸມຊົນທີ່ອາໃສຢູ່ໃນພື້ນທີ່ປ່າໄມ້. ເຈົ້າພຽງແຕ່ຕ້ອງມິຄວາມກ້າຫານ."

ນາງ ວຽງເພັດ ໄດ້ຮັບເອົາສິ່ງທ້າທາຍດັ່ງກ່າວ. ສິ່ງທໍາອິດທີ່ນາງໄດ້ເຮັດແມ່ນການເຂົ້າຫາ ອາສາສະຫມັກໄວໜຸ່ມໃຫມ່ໆ ໂດຍຜ່ານ ຊ່ອງທາງ ທີ່ພວກເຂົານໍາໃຊ້ຫຼາຍທີ່ສຸດ ເຊັ່ນ: ເຟສບຸກ.

ນັກສຶກສາສອງຄົນທີ່ພົບເຫັນ ທີ່ສົ່ງໄປແມ່ນ ນາງ ມົງ ສຸວັນນະເພັດ ແລະ ທ້າວ ອາດພະສິດ ພົມມະຈັນ, ນັກສຶກສາລະດັບປະລິນຍາຕີ ຂະແໜງປ່າໄມ້ ທີ່ວິທະຍາໄລກະສິກໍາ ທີ່ ວຽງຈັນ. ທ້າວ ອາດພະສິດ ເວົ້າວ່າ "ນີ້ແມ່ນໂອກາດທີ່ດີທີ່ຈະຮຽນຮູ້ບາງສິ່ງບາງຢ່າງຢູ່ນອກຫ້ອງຮຽນ,".

ທ້າວ ມົງ ກ່າວຕື່ມວ່າ "ຂ້ອຍຢາກຮຽນຮູ້ຫຼາຍກວ່າສິ່ງທີ່ຂ້ອຍສາມາດໄດ້ຮຽນຮູ້ຈາກ ການສອນທາງທິດສະດີ ໃນ ມະຫາວິທະຍາໄລ ຂອງພວກເຮົາ. ແລະຂ້າພະເຈົ້າ ກໍຫວັງວ່າຈະປັບປຸງທັກສະການເວົ້າຂອງຂ້ອຍ".

ທ້າວ ອາດພະສິດ ແລະ ນາງ ມົງ ໄດ້ຕອບກັບຄືນ ທາງເຟສບຸກ ແລະ ໄດ້ຖືກຮ້ອງຂໍໃຫ້ເຂົ້າມາສໍາພາດ, ພ້ອມກັບນັກຮຽນຄົນອື່ນໆຫລາຍສິບຄົນ. ພວກເຂົາ ປະຫລາດໃຈ ດ້ວຍຄວາມດີໃຈ ທີ່ໄດ້ຮັບການຍອມຮັບ.

ນາງ ວຽງເພັດ ກໍໄດ້ເລີ່ມເຮັດວຽກ. ຍ້ອນເຫັນວ່າ ບັນດາອາສາສະມັກ ເປັນນັກສຶກສາເຕັມເວລາ, ນາງ ວຽງເພັດ ຈຶ່ງໄດ້ຈັດຝຶກອົບຮົມຫຼາຍໆຊຸດໃນທ້າຍອາທິດ, ທີ່ນັກຮຽນໄດ້ຮຽນຮູ້ກ່ຽວກັບບົດບາດຂອງປ່າໄມ້ໃນການປ່ຽນແປງດິນຟ້າອາກາດ, ສາເຫດຂອງການປ່ຽນແປງດິນຟ້າອາກາດ, ວຽກງານ REDD+, ບົດບາດຍິງຊາຍ, ການປົກປ້ອງທາງສັງຄົມແລະ ທັກສະການອໍານວຍຄວາມສະດວກຕ່າງໆ ໃນການເຮັດວຽກກັບ ຊຸມຊົນ.

ເພື່ອຊ່ວຍໃຫ້ການຝຶກອົບຮົມ, ນາງ ວຽງເພັດ ໄດ້ເຊື້ອເຊີນແຂກພິເສດ, ລວມທັງທ່ານ ນາງ ປອ ກິນນາລອນ, ຮອງຫົວຫນ້າພະແນກ REDD, ກົມປ່າໄມ້, ແລະ ທ່ານ ນາງ ກັນຈະນາ ວິເສດ ຈາກ ອົງການ RECOFTC. ການຝຶກອົບຮົມໄດ້ນໍາໃຊ້ວິທີການທີ່ມີສ່ວນຮ່ວມ - ການຫຼີ້ນບົດບາດ, ສຽງດົນຕີ ແລະ ສຽງເພງ, ແລະ ການຫຼີ້ນເກມສ້າງທີມງານເຊັ່ນ "ການຂ້າມແມ່ນ້ໍາເປັນພິດ". ແຕ່ສິ່ງທີ່ ນ ວຽງເພັດ ມັກແມ່ນກ່ອງປັນຍາ (Wisdom Box), ເຊິ່ງນາງໄດ້ຮຽນຮູ້ຈາກທ່ານ ສົມບັດ. ການນໍາໃຊ້ເຄື່ອງມືນີ້, ນ ວຽງເພັດ ຮັບປະກັນໃຫ້ອາສາສະຫມັກທຸກໆຄົນເຂົ້າໃຈເຖິງສີ່ເສົາຫຼັກຂອງການພັດທະນາແບບຍືນຍົງ - ດ້ານທໍາມະຊາດ, ດ້ານເສດຖະກິດ, ດ້ານສັງຄົມ, ຄວາມຢູ່ດີກິນດີ -ແລ ະວິທີການນໍາໃຊ້ ກ່ອງປັນຍາ ເພື່ອສະຫນັບສະຫນູນຊຸມຊົນໃນການກໍານົດບັນຫາການພັດທະນາທີ່ສໍາຄັນທີ່ສຸດຂອງພວກເຂົາ ເພື່ອດໍາເນີນການຕໍ່.

ທ່ານ ອາດພະສິດ ເວົ້າວ່າ "ນີ້ແມ່ນແຕກຕ່າງກັນ ຈາກ ວິທີການ ທີ່ພວກເຮົາຮຽນຢູ່ມະຫາວິທະຍາໄລ". "ບໍ່ມີວິທີການສອນແບບໜຶ່ງດຽວ."

ນາງ ມົງ ກ່າວວ່າ "ຂ້ອຍ ມັກວິທີທີ່ ການຮຽນຮູ້ທັງຫມົດທີ່ພວກເຮົາເຂົ້າຮ່ວມຢ່າງສົມບູນ". "ການຮຽນຮູ້ກ່ຽວກັບການຄຸ້ມຄອງປ່າໄມ້ໂດຍຜ່ານການສະແດງ ຫຼື ຫຼິ້ນບົດບາດ - ເປັນເຈົ້າຫນ້າທີ່ລັດ, ຊາວບ້ານທ້ອງຖິ່ນ ແລະ ເຈົ້າຫນ້າທີ່ປ່າໄມ້, ແມ່ນແຕ່ ການເປັນຜົວ-ເມຍກັນ - ເຮັດໃຫ້ບັນຫາສາມາດເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດໄດ້."

ໃນທີ່ສຸດ ກໍມາເຖິງວັນທີ່ ອາສາສະຫມັກຫນຸ່ມ ຈະໄປຢ້ຽມຢາມຊຸມຊົນທ້ອງຖິ່ນ ແລະ ຝຶກທັກສະຄວາມຮູ້ ແລະ ການຝຶກອົບຮົມໃຫມ່ຂອງເຂົາເຈົ້າ, ຄັ້ງທໍາອິດພາຍໃຕ້ການແນະນໍາຢ່າງໃກ້ຊິດຂອງ ນ. ວຽງເພັດ ຢູ່ເຂດຊຸມຊົນແຫ່ງໜຶ່ງຊານເມືອງ ວຽງຈັນ ແລະ ຫຼັງຈາກນັ້ນ ກໍໄປພາກສະໜາມ ຢູ່ໃນແຂວງອື່ນໆທີ່ ຈະມີການຈັດຕັ້ງປະຕິບັດວຽກງານ REDD+.

ແກ່ນເມັດແຫ່ງຄວາມເຂົ້າໃຈ ກໍເລີ່ມຢັ່ງຮາກ

ທ້າວ ອາດພະສິດ ແລະ ນ.ມົງ ໄດ້ພົບວ່າ ການຝຶກອົບຮົມໃຫ້ຊຸມຊົນ ໄດ້ເປີດຕາເຂົາເຈົ້າ. ໃນຖານະທີ່ເປັນຊາວຫນຸ່ມໃນຕົວເມືອງ, ການຢ້ຽມຢາມຊຸມຊົນໃນເຂດຊົນນະບົດທີ່ຢູ່ຫ່າງໄກເຮັດໃຫ້ເກີດມີສິ່ງທ້າທາຍຫຼາຍຢ່າງ. ທ້າວ ອາດພະສິດ ຈື່ໄດ້ວ່າ "ມັນຍາກທີ່ຈະສື່ສານໄດ້ຢ່າງງ່າຍດາຍ ກັບປະຊາຊົນທ້ອງຖິ່ນຫຼາຍຄົນ ຍ້ອນສິ່ງກີດກັ້ນທາງພາສາ. ພວກເຮົາຈໍາເປັນຕ້ອງໄດ້ຮ່ວມມືຢ່າງໃກ້ຊິດກັບຊາວບ້ານທີ່ສາມາດເຂົ້າໃຈພວກເຮົາ, ລວມທັງ ນາຍບ້ານ ແລະ ພະນັກງານທ້ອງຖິ່ນ".

ນາງ ມົງ ເວົ້າເພີ່ມອີກວ່າ "ແລະ ຂ້ອຍກະບໍ່ໄດ້ກຽມພ້ອມສໍາລັບ ສະພາບການໃນທ້ອງຖິ່ນ, ເຊັ່ນວ່າບໍ່ມີຫ້ອງນ້ໍາ," ໃນຂະນະທີ່ລາວເອົາມືປິດຄວາມນະອາຍຂອງລາວໄວ້.

ທ້າວ ອາດພະສິດ ແລະ ນາງມົງ ໄດ້ປະຕິບັດຕາມແຜນການຂອງເຂົາ ແລະ ນໍາໃຊ້ການຝຶກອົບຮົມ ແລະ ທັກສະທັງໝົດທີ່ໄດ້ຮຽນຮູ້ຈາກຫຼາຍເດືອນຜ່ານມາ. ທໍາອິດ, ພວກເຂົາ ໄປຢ້ຽມຢາມໂຮງຮຽນປະຖົມຢູ່ເຂດຊົນນະບົດ, ບ່ອນທີ່ພວກເຂົາໄດ້ໃຊ້ເກມ ແລະ ເພງ ເພື່ອໃຫ້ເດັກນ້ອຍເວົ້າກ່ຽວກັບປ່າໄມ້ຂອງພວກເຂົາ.ໃນມື້ຕໍ່ມາ ພວກເຂົາໄດ້ເຂົ້າຮ່ວມໃນກອງປະຊຸມຊຸມຊົນ ບ່ອນທີ່ ພວກເຂົາ ໄດ້ນໍາໃຊ້ວິທີການທີ່ມີສ່ວນຮ່ວມທີ່ພວກເຂົາໄດ້ຮຽນຮູ້ ເພື່ອປຶກສາຫາລືກ່ຽວກັບຄວາມກັງວົນຂອງຊຸມຊົນກ່ຽວກັບປ່າໄມ້ ແລະ ແນວຄວາມຄິດກ່ຽວກັບວິທີການນໍາໃຊ້ຊັບພະຍາກອນປ່າໄມ້ຢ່າງຍືນຍົງ.

ທ່ານ ນາງ ບົວຄໍາ ຈາກບ້ານຫ້ວຍໂຄດ ທີ່ແຂວງຫລວງພະບາງໄດ້ກ່າວວ່າ "ຄວາມກັງວົນທີ່ສໍາຄັນຂອງຂ້ອຍແມ່ນການຂາດແຄນສະບຽງອາຫານ - ເນື່ອງຈາກວ່າມີໄພແຫ້ງແລ້ງ ແລະ ການທໍາລາຍປ່າໄມ້", "ນັກສຶກສາເຫຼົ່ານີ້ ຊ່ວຍໃຫ້ ຂ້າພະເຈົ້າເຂົ້າໃຈວ່າຂ້ອຍສາມາດແກ້ໄຂກ່ຽວກັບເລື່ອງນີ້ໄດ້. ຂ້າພະເຈົ້າສາມາດຊ່ວຍຊາວບ້ານໃຫ້ເຂົ້າໃຈ ກ່ຽວກັບ ການປ່ຽນແປງດິນຟ້າອາກາດ ແລະ ນັ້ນ ກໍ່ມີວິທີແກ້ໄຂເຊັ່ນວ່າ ການປູກພືດທົນຕໍ່ຄວາມແຫ້ງແລ້ງຫຼາຍຂຶ້ນ ຫຼື ພັດທະນາ ທາງເລືອກການດໍາລົງຊີວິດອື່ນໆເຊັ່ນ: ການຜະລິດແຜ່ນແຜ.ອພວກເຮົາຍັງສາມາດປູກຕົ້ນໄມ້ ແລະ ຊອກຫາວິທີທີ່ຈະຊຸກຍູ້ໃຫ້ປ່າໄມ້ເຕີບໂຕໄດ້. "

ທ່ານ ນໍຈີເຣີ (Mr Norjiher), ສະມາຊິກຊຸມຊົນຄົນອື່ນຈາກບ້ານຫ້ວຍໂຄດຍອມຮັບວ່າ "ມີການຫຼຸດລົງ ໃນຜົນຜະລິດພືດຜັກຂອງຂ້ອຍ ແລະ ມັນຍາກຫຼາຍໃນປະຈຸບັນ ໃນການຊອກຫາອາຫານຈາກປ່າໄມ້. ຖ້າຊຸມຊົນຂອງຂ້ອຍສາມາດສ້າງແຜນສໍາລັບເຂດທີ່ນໍາໃຊ້ທີ່ດິນ ແລະ ປ່າໄມ້, ພວກເຮົາສາມາດປັບປຸງສະຖານະການຂອງພວກເຮົາໄດ້."

ເມື່ອກັບຄືນມາວຽງຈັນ, ທ້າວ ອາດພະສິດ ແລະ ນາງມົງ ໄດ້ພົບກັບ ນາງ ວຽງເພັດ ແລະ ເພື່ອນອາສາສະມັກໜຸ່ມຄົນອື່ນໆ ທີ່ກໍາລັງເຮັດວຽກຢູ່ໂຄງການເສີມສ້າງຂີດຄວາມສາມາດຂັ້ນຮາກຖານສຳລັບວຽກງານ REDD+ ໃນ ສປປ ລາວ ຂອງລີຄອບ, ຜູ້ທີ່ໄດ້ໄປຢ້ຽມຢາມຊຸມຊົນທ້ອງຖິ່ນຕ່າງໆໃນທົ່ວປະເທດ. ອາສາສະຫມັກສົນທະນາກັນກ່ຽວກັບ ສິ່ງທີ່ພວກເຂົາສາມາດເຮັດໄດ້. ພວກເຂົາເຊື່ອວ່າຊາວຫນຸ່ມ ແລະ ຊຸມຊົນທ້ອງຖິ່ນ ບໍ່ສາມາດແກ້ໄຂບັນຫາຄວາມກັງວົນທັງຫມົດໄດ້ ແຕ່ພວກເຂົາສາມາດມີບົດບາດ ໃນການສະຫນັບສະຫນູນ ຜູ້ທີ່ສາມາດຊ່ວຍໄດ້ - ລວມທັງ ໜ່ວຍງານລັດຖະບານ, ອົງການ NGO ແລະ ແລກປ່ຽນບັນຫາກັບເຄືອຂ່າຍຂອງພວກເຂົາເອງໄດ້.

ນາງ ວຽງເພັດ ຍັງໄດ້ຮັບຮູ້ເຖິງ ຫຼາຍບັນຫາທີ່ຕ້ອງໄດ້ຜັນຂະຫຍາຍຈາກຊຸມຊົນທ້ອງຖິ່ນ ຂຶ້ນຫາ ລັດຖະບານ ແລະ ຜູ້ສ້າງນະໂຍບາຍ. "ຫນຶ່ງໃນຂໍ້ຄວາມເປັນຫ່ວງ (ໃນພາສາລາວ ເອີ້້ນວ່າ "ຄວາມກັງວົນ "ຫຼື" ຄວາມຢ້ານກົວ") ທີ່ຂ້ອຍ ມັກໄດ້ຍິນ ຈາກຊຸມຊົນທ້ອງຖິ່ນແມ່ນວ່າຖ້າ REDD+ ຖືກຈັດຕັ້ງປະຕິບັດ, ພວກເຂົາຈະບໍ່ສາມາດເຂົ້າເຖິງຊັບພະຍາກອນປ່າໄມ້ໄດ້ອີກ. ຂ້ອຍຍັງໄດ້ຍິນຈາກຊຸມຊົນທ້ອງຖິ່ນຕື່ມວ່າ ພວກເຂົາ ຍັງບໍ່ຈະແຈ້ງ ຕໍ່ນະໂຍບາຍປ່າໄມ້, ລວມທັງຜົນປະໂຫຍດທີ່ພວກເຂົາສາມາດໄດ້ຮັບຈາກການປົກປ້ອງປ່າໄມ້, ຫຼື ສິ່ງທີ່ເປັນທາງເລືອກອື່ນໆມີໃຫ້ສໍາລັບຊຸມຊົນທ້ອງຖິ່ນ ເຊັ່ນ ການສະຫນັບສະຫນູນດ້ານວິຊາການ ຫຼື ດ້ານງົບປະມານ ໃຫ້ແກ່ ການດໍາລົງຊີວິດຂອງເຂົາເຈົ້າຖ້າພວກເຂົາບໍ່ສາມາດນໍາໃຊ້ປ່າໄມ້."

ທ່ານ ຈັນທະລັງສີ, ຜູ້ຊີ້ນໍາ ຂອງ ນາງ ວຽງແກ້ວ, ໄດ້ຮັບຮູ້ເຖິງຄວາມສາມາດຂອງຊາວຫນຸ່ມ ທີ່ຈະນໍາມາຊຶ່ງການປ່ຽນແປງ. "ຊາວຫນຸ່ມແມ່ນເກັ່ງໃນການເວົ້າວ່າ ຢ່າງເປີດເຜີຍກັບຊຸມຊົນທ້ອງຖິ່ນ, ແລະ ຫຼັງຈາກນັ້ນ ກໍາເອົາບັນຫາ ກັບມາປຶກສາຫາລື ກັບ ກຸ່ມທີ່ກວ້າງຂວາງກວ່າ. ຊາວຫນຸ່ມບໍຕົວະ, ພວກເຂົາກໍາລັງແຮງ ແລະ ມີພະລັງງານ. ນີ້ແມ່ນຄວາມແຂງແກ່ນຂອງພວກເຂົາ. ພວກເຂົາເຈົ້າຈະເປັນຜູ້ນໍາໃນອະນາຄົດຂອງພວກເຮົາ, ແລະ ພວກເຂົາຈະໃຫ້ຄວາມຫວັງແກ່ຂ້າພະເຈົ້າ."

ທີ່ຈິງແລ້ວ, ແຜນການໃນອະນາຄົດຂອງ ທ້າວ ອາດພະສິດ "ຂ້ອຍຢາກເປັນ ເຈົ້າຫນ້າທີ່ປ່າໄມ້ ທີ່ເຮັດວຽກເພື່ອເພີ່ມປ່າໄມ້ ແລະ ສ້າງສວນກ້າ."

ນາງມົງ ມີຄວາມຫວັງຄ້າຍຄືກັນ, "ຂ້ອຍຢາກເປັນເຈົ້າຫນ້າທີ່ປ່າໄມ້ ຫຼື ຜູ້ຄຸ້ມຄອງປ່າໄມ້ໃນອະນາຄົດ, ແລະ ຂ້ອຍຢາກເຫັນຊຸມຊົນທ້ອງຖິ່ນໄດ້ຮັບການສະຫນັບສະຫນູນ ສໍາລັບ ການດໍາລົງຊີວິດຂອງເຂົາເຈົ້າ. ຫຼັງຈາກນັ້ນ, ຂ້ອຍ ກໍຢາກສົ່ງຂໍ້ຄວາມທີ່ຂ້າພະເຈົ້າໄດ້ຮຽນຮູ້ໃຫ້ແກ່ ຫຼຸ້ນຕໍ່ໄປ ຂອງ ໄວຫນຸ່ມ."