Welcome To RECOFTC Publications

FLEGT ແລະ ແມ່ນ້ຳຂອງ ປື້ມຄູ່ມືສຳລັບອົງການຈັດຕັ້ງທາງສັງຄົມ

Date
20 Sep 2019
Authors
RECOFTC
Publisher
RECOFTC
Serial No.
0000349
FLEGT and the Mekong: A handbook for civil society

ໂດຍຮັບຮູ້ເຖິງການຄ້າໄມ້ທີ່ຜິດກົດໝາຍແລະການຄຸ້ມຄອງທີ່ບໍ່ມີປະສິດທິພາບທີ່ກຳລັງເກີດຂຶ້ນ, ສະຫະພາບເອີຣົບ (EU) ໄດ້ພັດທະນາແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT). ການມີສ່ວນຮ່ວມຢ່າງມີປະສິດທິພາບຂອງພາກສ່ວນຕ່າງໆ - ໂດຍສະເພາະແມ່ນພະນັກງານຈາກລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ - ເປັນສິ່ງຈໍາເປັນເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າໄມ້. ສະນັ້ນສະຫະພາບເອີຣົບ ຈຶ່ງຖືເອົາການມີສ່ວນຮ່ວມເປັນຈຸດໃຈກາງຂອງຂໍ້ຕົກລົງການເຂົ້າເປັນຄູ່ເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPAs) ເຊິ່ງໄດ້ພັດທະນາກັບບັນດາປະເທດທີ່ສົ່ງອອກໄມ້ເພື່ອແກ້ໄຂການຕັດໄມ້ທີ່ຜິດກົດາຍແລະການຄ້າທີ່ກ່ຽວຂ້ອງ.

ການມີສ່ວນຮ່ວມຢ່າງມີປະສິດທິພາບໃນຂະບວນການ VPA ແມ່ນບໍ່ສາມາດຮັບເອົາໄດ້ເລີຍ. ລັດຖະບານຈາກບັນດາປະເທດຄູ່ຮ່ວມເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈໍາເປັນຕ້ອງອະນຸຍາດໃຫ້ຜູ້ກ່ຽວຂ້ອງທີ່ບໍ່ແມ່ນລັດຖະບານເຊັ່ນ: ກຸ່ມອົງການຈັດຕັ້ງທາງສັງຄົມ, ສະມາຄົມທຸລະກິດ ແລະ ສື່ສານມວນຊົນເຂົ້າຮ່ວມ. ພ້ອມກັນນັ້ນ, ທຸກພາກສ່ວນກ່ຽວຂ້ອງຕ້ອງມີຄວາມສາມາດທີ່ຈຳເປັນເພື່ອເຂົ້າຮ່ວມຢ່າງມີປະສິດທິພາບ. ໂຄງການ Voices for Mekong Forests (V4MF) ທີ່ສະໜັບສະໜູນ ໂດຍສະຫະພາບເອີຣົບ ຮັບຮູ້ເຖິງຄວາມສໍາຄັນຂອງໂຄງການນີ້. ຊຶ່ງກຳລັງເຮັດວຽກເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຜູ້ຈັດຕັ້ງປະຕິບັດທີ່ບໍ່ແມ່ນລັດຖະບານ, ໂດຍສະເພາະຈາກອົງການຈັດຕັ້ງທາງສັງຄົມ, ເພື່ອປະເມີນ, ຕິດຕາມ ແລະ ຕອບສະໜອງ ຢ່າງເໝາະສົມຕໍ່ກັບຂໍ້ລິເລີ່ມຕ່າງ ທີ່ແນໃສ່ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າໄມ້-ລວມທັງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPAs) ແລະ ວຽກງານເຣດບວກ (REDD+) (ການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວຈາກການຕັດໄມ້ທຳລາຍປ່າ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ) ແລະເຂົ້າຮ່ວມຂະບວນການນີ້ຢ່າງມີປະສິດທິພາບ. ສ່ວນໜຶ່ງ ຂອງວຽກງານນີ້, ໂຄງການໄດ້ພັດທະນາປື້ມຄູ່ມືນີ້ເພື່ອຊ່ວຍໃຫ້ຜູ້ກ່ຽວຂ້ອງທີ່ບໍ່ຢູ່ໃນລັດຖະບານເຂົ້າຮ່ວມຢ່າງມີປະສິດທິພາບໃນຂະບວນການ VPA.

ປຶ້ມຄູ່ມືນີ້ໄດ້ຖືກພັດທະນາໂດຍຜູ້ເຂົ້າຮ່ວມຢູ່ໃນ 'ຊຸດຝຶກອົບຮົມການຂຽນ' ຢູ່ບາງກອກ, ປະເທດໄທ ໃນເດືອນພະຈິກ ປີ 2018. ໂດຍເລີ່ມຈາກປະສົບການທີ່ຫຼາກຫຼາຍຂອງສະມາຊິກອົງການຈັດຕັ້ງທີ່ເຮັດວຽກຢູ່ໃນພູມມີທັດ, ລະດັບຊາດ ແລະ ລະດັບພາກພື້ນໃນພາກພື້ນແມ່ນໍ້າຂອງ, ການຝຶກອົບຮົມໄດ້ກໍານົດຫົກ ຄໍາຖາມທີ່ສຳຄັນກ່ຽວກັບ VPAs. ປື້ມຄູ່ມືຕອບຄໍາຖາມເຫຼົ່ານີ້ ແລະ ຍັງລວມມີຂໍ້ມູນອື່ນໆທີ່ກ່ຽວຂ້ອງທາງອອນໄລນ ທີ່ຈະໃຫ້ລາຍລະອຽດເພີ່ມເຕີມກ່ຽວກັບຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະຄວາມຄືບໜ້າ ຂອງແຕ່ລະປະເທດໃນແມ່ນໍ້າຂອງ.