Welcome To RECOFTC Publications

ຕົວແບບສຳລັບການຟື້ນຟູປ່າໄມ້ ແລະ ປັບປຸງຊີວິດການເປັນຢູ່ ໃນ ສປປ ລາວ

Date
31 Aug 2022
Authors
RECOFTC
Publisher
RECOFTC
Serial No.
0000412
ISBN/ISSN
English: 978-616-8089-52-1; Lao: 978-616-8089-53-8
A model for restoring forests and improving livelihoods in Lao PDR

ນະໂຍບາຍຫຍໍ້ນີ້ຊີ້ແຈງວິທີການທີ່ຕ້ອງປະຕິບັດ ວ່າຕ້ອງເຮັດແນວໃດ ເພື່ອສ້າງຄູ່ຮ່ວມງານທີ່ເນັ້ນໃສ່ ການຜະລິດ ລະຫວ່າງ ຊຸມຊົນປ່າໄມ້ ແລະ ພາກເອກະຊົນ ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານ ເຊິ່ງສາມາດປັບປຸງຊິວິດການເປັນຢູ່ ແລະ ພັດທະນາເສດຖະກິດ ໄປພ້ອມກັບການຟື້ນຟູພູມີທັດ ປ່າໄມ້

ນະໂຍບາຍດັ່ງກ່າວ ໄດ້ຖອດຖອນບົດຮຽນຈາກປະສົບການຢູ່ ແຂວງບໍ່ແກ້ວ ແລະ ແຂວງໄຊຍະບູລີ ທີ່ ອົງການລີຄອບ ໄດ້ອຳນວຍຄວາມສະດວກໃນການສ້າງຂໍ້ຕົກລົງວ່າດ້ວຍການສ້າງຄູ່ຮ່ວມງານ ລະຫວ່າງກຸ່ມ ເຈົ້າຂອງສວນໄມ້ສັກ ຂະໜາດນ້ອຍ ແລະ ໂຮງເລື່ອຍເອກະຊົນ. 

ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານ, ໂຄງການ ໄດ້ກະຕຸກຊຸກຍູ້ການປູກໄມ້, ສົ່ງເສີມການຄຸ້ມຄອງປ່າໄມ້ ແບບຍືນຍົງ, ເພີ່ມລາຍຮັບ ແລະ ປັບປຸງການສະໜອງວັດຖຸດິບ ລວມທັງ ໄມ້ທ່ອນທີ່ຖືກຕ້ອງຕາມກົດໝາຍ ໃຫ້ພາກເອກະຊົນ. 

ໂຄງການ ຟຼໍລິດ (FLOURISH) ເປັນໂຄງການການຟື້ນຟູ ພູມີທັດ ປ່າໄມ້ ແບບໃໝ່ ທີ່ມີໄລຍະການຈັດຕັ້ງປະຕິບັດ 4 ປີ ທີ່ນຳໃຊ້ທ່າແຮງຂອງຕະຫຼາດ ປະສົມປະສານກັບ ປ່າໄມ້ຊຸມຊົນ ເພື່ອຕໍ່ສູ້ກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ຟື້ນຟູ ປ່າໄມ້ ທີ່ເສື່ອມໂຊມ ແລະ ປັບປຸງຊິວິດການເປັນຢູ່ຂອງຊຸມຊົນປ່າໄມ້. ອົງການ ລີຄອບ (RECOFTC) ໄດ້ເປີດໂຕ ໂຄງການ ຟຼໍລິດ ຢູ່ ສປປ ລາວ, ປະເທດໄທ ແລະ ສສ ຫວຽດນາມ ໃນປີ 2018.