RECOFTC
ເລື່ອງລາວ

Languages

ການປູກຕົ້ນໄມ້ ເປັນທີມງານ ຢູ່ໃນປ່າແຄມທະເລ

Jeffrey Williamson
ທ່ານ ເຈັບເຟຣ ວິນລຽມສັນ ສື່ໃຫ້ເຫັນເຖີງກິດຈະກໍາ ການສ້າງທິມງານ ຫວ່າງບໍ່ດົນມານີ້ ຂອງອົງການລີຄອບ ທີ່ຢູ່ຕາມປ່າແຄມທະເລ ຂອງ ບ້ານລໍລາງ.
Notes from the Field

ທ່ານ ແອນນີ ດິລາດ ໄດ້ຂຽນໄວ້ໃນຄະນະທີ່ເພີ່ນຄົ້ນຄົ້ວ ກ່ຽວກັບ ຕົ້ນໄມ້ຢູ່ຕາມປ່າແຄມທະເລ ສາມາດ ສອນພວກເຮົາຫຍັງແດ່ກ່ຽວກັບ ຂະບວນຂອງມະນຸດໃນການຄົ້ນຫາຄວາມໝາຍຂອງມັນ:ຖ້າການຢູ່ລອດ ຫາກເປັນສິນລະປະ, ປ່າແຄມທະເລ ກໍເປັນເໝືອນນັກສິນລະປະກໍາ ແຫ່ງຄວາມງົດງາມ” ສໍາລັບ ທ່ານ ດິລາດ ມັນ ບໍ່ພຽງແຕ່ວ່າ ພວກມັນເກີດຂຶ້ນໄດ້ ກັບທຸກສະພາບເທົ່ານັ້ນ ໂດຍມີເປືອກກ້ຽງ, ມີໃບເຫຼື້ອມ ເກີດຂຶ້ນຢ່າງຕຶບໜາລຶກລັບສັບຊ້ອນກັນຢູ່,ແຕ່ ການເກິດຂຶ້ນ ຂອງ ສິ່ງເຫຼົ່ານີ້ ກາຍເປັນເຮືອນຢູ່ ຂອງ ບັນດາສິ່ງທີ່ມີຊີວິດທີ່ອາໃສ່ຊຶ່ງກັນ ແລະກັນ,ພວກມັນ ສາມາດ ແລະ ມີຊີວິດຢູ່ຄືກັນກັບເກາະດອນ ທີ່ຟູຢູ່ເທິງນໍ້າ, ເປັນຕົ້ນໄມ້ທີ່ຕັ້ງຊື່ຕົງ ແລະ ຢູ່ຫ່າງກັນ, ອັນມີຊີວິດ ແລະ ຢູ່ໂດດດ່ຽວຂາດບ້ານຢູ່ຕາມເທິງນໍ້າ.” ຄວາມຄິດເຫຼົ່ານີ້ ໄດ້ຝັງຢູ່ໃນຊົງຈຳ ຂອງຂ້າພະເຈົ້າ ໃນຄະນະທີ່ຂ້າພະເຈົ້າ ດ່ັງທີ່ຂ້ອຍໄດ້ແນມເບີ່ງເພື່ອນຮ່ວມງານຂອງຂ້າພະເຈົ້າ ທີ່ມາຈາກ ລີຄອບຊຶ່ງແມ່ນ ສູນ ສໍາລັບຄົນ ແລະ ປ່າໄມ້ ທີ່ເຄື່ຶອນຍ້າຍ ຜ່ານຜ່າຂີ້ຕົມ ທີ່ຫລໍ່ລ້ຽງຊິວິດ ຂອງໂຮງຮຽນທໍາມະຊາດປ່າແຄມທະເລຢູ່ ບ້ານ ບາງບໍລັງ, ແຂວງສະມຸດສົງຄາມ, ປະເທດໄທ ຊຶ່ງເປັນສ່ວນໜຶ່ງ ການສ້າງທິມງານ ປະຈໍາປີ ຂອງ ອົງການລີຄອບ.

ເຖີງຢ່າງໃດກໍຕາມ, ສໍາລັບທ່ານ ດີລາດ, ນອກຈາກຈະເບີ່ງຄວາມງົດງາມແບບນັກກາວີແລ້ວ,ເພີ່ນຍັງໄດ້ເບິ່ງຂ້າມດ້ານໜຶ່ງທີ່ວ່າ ຊຸມຊົນທ້ອງຖິ່ນ ເຂົ້າໃຈຢ່າງທົ່ວເຖີງ: ຜົນປະໂຫຍດເປັນຮູບປະທໍາ ທີ່ ປ່າແຄມທະເລມີ ໃນການສ້າງຄວາມໝັ້ນຄົງຖາວອນ ແກ່ຊີວິດການເປັນຢູ່, ການປົກປ້ອງຊຸມຊົນຕ່າງໆ ຈາກ ໄພພິບັດທາງທໍາມະຊາດ, ການຫຼຸດຜ່ອນການປ່ຽນແປງ ຂອງດິນຟ້າອາກາດ ແລະ ການຄໍ້າປະກັນຊີວະນາໆພັນ ຢູ່ໃນພື້ນທີ່ ທີ່ສຳຄັນດ້ານລົບນິເວດ. ແນ່ນອນແລ້ວ, ມັນແມ່ນຄວາມຈິງ ທີ່ວ່າປ່າແຄມທະເລ ສາມາດສະໜອງການບັນເທົາທຸກ ຈາກຄວາມກັງວົນຢ້ານກວາໃນການດຳລົງຊິວິດ, ແຕ່ໃນເວລາດຽວກັນ ມັນສະໜອງຄວາມບັນເທົາຫຼາຍຂຶ້ນ ຂອງຜົນກະທົບ ຕໍ່ຊີວິດການເປັນຢູ່ປະຈໍາວັນຂອງພວກເຂົາເຈົ້າ.  

ອິງຕາມຂໍ້ມູນ ຈາກສູນຄົ້ນຄົ້ວປ່າໄມ້ສາກົນ (CIFOR), ປ່າແຄມທະເລ ຢູ່ປະເທດອິນໂດເນເຊຍ ເກັບສະສົມທາດກາກບອນ ຫຼາຍກວ່າປ່າໄມ້ບົນພື້ນດິນສູງ ຫ້າເທົ່າຂຶ້ນໄປ. ໝາກຜົນຕໍ່ການຫຼຸດຜ່ອນ ການປ່ຽນແປງດິນຟ້າອາກາດ ແມ່ນມີຢ່າງຫລວງຫລາຍໃນລະດັບໂລກ ແລະ ລະດັບພາກພື້ນ. ແນວໃດກໍຕາມ, ໃນລະດັບທ້ອງຖີ່ນ, ປ່າແຄມທະເລ ແມ່ນມີລະບົບຮາກສະຫຼັບສັບຊ້ອນ ຊຶ່ງສ້າງສະພາບເງື່ອນໃຂ ທີ່ເໝາະສົມ ສໍາລັບ ປາ ແລະ ສິ່ງທີ່ມີຊີວິດອື່ນໆ ເປັນຈໍານວນຫຼວງຫຼາຍ. ເພາະສະນັ້ນ, ລະບົບນິເວດ ເຫຼົ່ານີ້ ສະໜອງຊ່ອງທາງ ທີ່ຍືນຍົງ ແລະ ດີຕໍ່ສຸຂະພາບ ໃນການທໍາການຜະລິດຂອງການດຳລົງຊິວິດໂດຍຜ່ານທາງຜະລິດຕະພັນທີ່ເປັນອາຫານ ຫຼາຍຢ່າງ ຊຶ່ງລວມມີ ນໍ້າເຜີ້ງ, ໄຄນໍ້າ, ໝາກໄມ້, ເກືອ ແລະ ໃບໄມ້ສໍາລັບລ້ຽງສັດ,” ອິງຕາມຂໍ້ມູນ ຈາກ ພັນທະມິດປ່າແຄມທະເລໂລກ. ແຕ່ວ່າ ຢູ່ປະເທດໄທ ແລະ ທົ່ວເຂດອາຊີ ປາຊີຟີກ, ປ່າແຄມທະເລເຫຼົ່ານີ້ ກໍຍັງໄດ້ທໍາໜ້າທີ່ເປັນຕົວແທນໃນການຄ້ຳປະກັນຊີວິດນໍາອີກ ດ້ວຍການສະໜອງ ການປ້ອງກັນ ຈາກໄພພິບັດທາງທໍາມະຊາດ ທີ່ເປັນອັນຕະລາຍຕໍ່ຊີວິດ ແລະ ນັບມື້ເພີ່ມຂຶ້ນເລື້ອຍໆ. ອິງຕາມ ການບອກເລົ່າ ຂອງ ທ່ານ ວິສຸດ ນວມສິຣິ ຊຶ່ງເປັນອະດີດນາຍບ້ານ ບ້ານບາງບໍລັງໃນຊ້ວງການລົງເຮັດວຽກ ຂອງພວກເຮົາ ໄດ້ບອກໃຫ້ຮູ້ວ່າ ມີຫຼາຍຊຸມຊົນ ໄດ້ລອດຊີວິດ ຈາກຄື້ນສຸນາມິ ໃນປີ 2004 ຍ້ອນເຂົາເຈົ້າ ດໍາລົງຊີວິດ ຢູ່ຫຼັງຂອງປ່າແຄມທະເລ ທີ່ໄດ້ຊ່ວຍ ບັນເທົາຜົນກະທົບອັນໂຫດຮ້າຍຈາກລົມພະຍຸນັ້ນ.

ແຕ່ໂຊກບໍ່ດີ,​ ອຸນຫະພູມທີ່ເພີ່ມຂຶ້ນເລື້ອຍໆ ກໍາລັງສ້າງຜົນກະທົບ ທີ່ສາມາດເຫັນໄດ້, ນີ້ກໍແມ່ນປະເດັນ ທີ່ສະມາຊິກຊຸມຊົນ ໄດ້ພາກັນຍໍ້າແລ້ວຍໍ້າອີກ. ພາກພື້ນ ອາຊີປາຊີຟິກ ກໍາລັງສູນເສຍປ່າແຄມທະເລ ເທົ່າກັບສອງເທື່ອຂອງອັດຕາສູນເສຍ ຢູ່ພາກພື້ນອື່ນໆ, ໂດຍ ໃນລະຫວ່າງປີ 2000 ຫາ2012 ໄດ້ສູນເສຍໄປແລ້ວ 250,000 ເຮັກຕາ; ແລະ ສະເພາະຢູ່ໃນຊຸມຊົນນີ້, ສະຖິຕິອາດຈະເຮັດໃຫ້ ຊ່ຽວຊານ, ພາຍໃນ ຫຼື ສາກົນທຸກຄົນຕື່ນຕົກໃຈ ຖ້າຫາກບໍ່ແມ່ນເພື່ອການຄົງຕົວຢູ່ຂອງສະມາຊິກຊຸມຊົນ. ຖ້າບໍ່ມີການສະໜັບສະໜູນ ແລະ ຕິດຕາມຂອງພວກເຂົາເຈົ້າ, ອາດຈະມີພຽງເບ້ຍໄມ້ປ່າແຄມທະເລພຽງແຕ່ເບ້ຍດຽວ ທີ່ລອດຕາຍຈາກການປູກທຸກໆ 300 ເບ້ຍ.

ເຖີງຢ່າງໃດກໍຕາມ, ຊຸມຊົນ ໄດ້ຄົ້ນພົບ ວິທີທາງທີ່ກ້າວໜ້າ ໃນການຮັກສາຕົ້ນໄມ້ບໍ່ໃຫ້ຕາຍ ຊຶ່ງລວມມີ ການສ້າງຮົ້ວໄມ້ໄຜ່ ເພື່ອຫຼຸດຜ່ອນ ພະລັງງານອັນຮຸນແຮງຂອງຄື້ນນໍ້າ ແລະ ການຈັບຕົວເປັນຕະກອນ ພ້ອມທັງ ສ້າງນະໂຍບາຍ ການຕິດຕາມ ທີ່ມີຄວາມລະອຽດ.  ເໝືອນດັ່ງທີ່ໄດ້ກ່າວກ່ອນໜ້ານີ້, ຜ່ານການທຸ້ມເທເຮັດວຽກຢ່າງຕັ້ງໜ້າ ໂດຍສະມາຊິກຊຸມຊົນ, ໝາກຜົນໄດ້ມີການປັບປຸງດີຂຶ້ນ. ທ່ານ ບຸນຍະເດດ ພວງມະລາ, ຫົວໜ້າແຜນງານລີຄອບ ປະຈໍາ ສ.ປ.ປ ລາວ ໄດ້ສະທ້ອນໃຫ້ເຫັນ ຕໍ່ກັບ ບັນຫາດັ່ງກ່າວ ໃນຊ່ວງ ທີ່ມີການສະຫຼຸບຫຍໍ້. ພວກເຮົາໄດ້ຮຽນຮູ້ຈາກຊຸມຊົນ. ພວກເຂົາເຈົ້າສະຫຼາດ ແລະ ເຮັດວຽກໄດ້ດີຫຼາຍ ຊຶ່ງສ່ວນຫລາຍແມ່ນຈະມີແນວຄວາມຄິດທີ່ດີກວ່າພວກເຮົາ” 

ແລະ ຢູ່ໃນການປະຊຸມສະທ້ອນຄືນນີ້ ມັນໄດ້ສອດຄ່ອງກັບ ກິດຈະກຳ ການສ້າງທີມງານໃນຊຸມຊົນດັ່ງກ່າວ. ເຖິງແມ່ນວ່າ ສ່ວນຫຼາຍພະນັກງານຂອງ RECOFTC ເຮັດວຽກຮ່ວມກັບຊຸມຊົນທ້ອງຖິ່ນ, ທ່ານ ໂຈນັດ ດາສ໌ຕຣອມ (Jonas Dahlstrom) ໄດ້ກ່າວໄວ້ວ່າ “ພວກເຮົາມີຄົນຈໍານວນໜ້ອຍໜຶ່ງ ທີ່ປະຈໍາຢູ່ຫ້ອງການ ແລະ ພວກເຮົາກໍບໍ່ສາມາດສໍາພັດກັບປ່າໄມ້ຜ່ານທາງຄອມພິວເຕີແລັບທັອບ ຂອງພວກເຮົາໄດ້.” ສິ່ງທີ່ກ່າວນີ້ ໄດ້ຢໍ້າເຖີງຄວາມສໍາຄັນຂອງການເຊື່ອມໂຍງຄວາມຈິງໃນພາກສະໜາມ ກັບວຽກທີ່ໄດ້ເຮັດໃນຫ້ອງການ. ມັນເຮັດໃຫ້ສະມາຊິກພະນັກງານຈໍານວນໜຶ່ງຮຽນຮູ້ ຈາກການເຮັດຕົວຈິງ, ປະຕິບັດຕົວຈິງສີ່ງທີ່ພວກເຮົາບອກສອນ ແລະ ຖາມຂໍ້ສົມມຸດຖານຂອງພວກເຮົາເອງ. ຄືດັ່ງທີ່ທ່ານ ດາຍ ວູເທຍຣາ (Dy Vutheara) ທີ່ມາຈາກ ແຜນງານຂອງ ກໍາປູເຈຍ ໄດ້ກ່າວວ່າ ມັນມີຄວາມສໍາຄັນ ທີ່ຈະປະຕິບັດນໍາໃຊ້ທິດສະດີ ເພາະວ່າ ມັນສະແດງໃຫ້ [ພວກເຮົາ] ເຫັນເຖິງວິທີທາງຕົວຈິງ ທີ່ພວກເຮົາປູກປ່າແຄມທະເລພ້ອມທັງໄດ້ເສີມສ້າງຄວາມແຂງແກ່ນໃຫ້ການປະຕິບັດງານ ທີ່ໃຊ້ແຮງງານຫຼາຍ ຊຶ່ງສ່ວນຫຼາຍ ແມ່ນເຂົ້າຢູ່ໃນການອະນຸລັກ ແລະ ການຜະລິດເພື່ອການດຳລົງຊີວິດ. ການທີ່ເອົາຊຸມຊົນທ້ອງຖີ່ນເຂົ້າມາຮ່ວມໃນການປູກປ່າແຄມທະເລຕາມເຕັກນິກວິຊາການ ແລະ ການເກັບເສດຂີ້ເຫຍື່ອ, ພວກເຮົາສາມາດ ຮັບຮູ້ເຖິງການເຊື່ອມໂຍງກັນຢ່າງເລິກເຊີ່ງທີ່ໄດ້ພົບເຫັນ  ລະຫວ່າງງ່າໄມ້ທີ່ເກາະກ່າຍກັນ ຂອງປ່າແຄມທະເລ.

ແຕ່ວ່າ  ພວກເຮົາ ໄດ້ຊອກຫາວິທີບັນລຸຈຸດປະສົງອັນສູງສົ່ງແນວໃດ?

ການຖ່າຍທອດປະສົບການໄປສູ່ພະນັກງານໄດ້ເລີ້ມຕົ້ນ ດ້ວຍການນໍາສະເໜີລາຍລະອຽດ ໂດຍ ທ່ານ ວິສຸດ ນວມສິຣິ (Visoot Nuamsiri) ແລະ ສະມາຊິກຊຸມຊົນຜູ້ອື່ນໆ ທີ່ໄດ້ອະທິບາຍເຖິງຄວາມສໍາຄັນ ຂອງປ່າແຄມທະເລໃຫ້ຊຸມຊົນທ້ອງຖິ່ນຮັບຟັງ. ຈາກນັ້ນ, ການສົນທະນານີ້ ໄດ້ຖືກເອົາເຂົ້າໄປໃສ່ໃນການດໍາເນີນງານທີ່ມີການແຂ່ງຂັນ. ແຕ່ລະທິມງານ ຊຶ່ງມີຫົກທີມດ້ວຍກັນ, ໄດ້ແບ່ງແຍກສະມາຊິກຂອງຕົນເພື່ອບັນລຸສອງເປົ້າໝາຍ: ປູກເບ້່ຍໄມ້ປ່າແຄມທະເລ ຫ້າສິບເບ້ຍ ແລະ ເກັບເສດຂີ້ເຫຍື່ອໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.

ນອກຈາກນັ້ນ, ແຕ່ລະທິມຕ້ອງໄດ້ຮັບຮູ້ ເຖິງຄວາມສາມາດໃນການສື່ສານພົວພັນຂອງເຂົາເຈົ້າ ແລະ ມີການດຳເນີນເປັນທີມ ໃນການເຮັດແຕ່ລະໜ້່າວຽກໃຫ້ສໍາ. ເລັດເຖີງຢ່າງໃດກໍຕາມ, ສິ່ງທີ່ກ່າວນີ້ ແມ່ນມາກັບ ສັກສ່ວນຄວາມທ້າທ້າຍ ທີ່ສົມເຫດສົມຜົນ. ທ່ານ ໂນເນເຕ ຊຶ່ງເປັນພະນັກງານຝຶກງານ ຈາກແຜນງານຂອງອິນໂດເນເຊຍ ໄດ້ເຂົ້າໃຈສິ່ງດັ່ງກ່າວນີ້ ແລະ ສາມາດ ເອົາຊະນະສິ່ງທ້າທ້າຍ ເຫຼົ່ານີ້ ຜ່ານທາງ ການນໍາໃຊ້ ພາສາທົ່ວໄປ ເຊັ່ນ ພາສາກາຍ ແລະ ການຍິ້ມ ເພື່ອເຊື່ອມຕໍ່ ແກ້ໃຂອຸປະສັກດ້ານພາສາ  ລະຫວ່າງສະມາຊິກທິມງານ ແລະ ຊຸມຊົນ.ຮູບທີ່ຖືກຖ່າຍ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖີງຄວາມສະໜຸກສະໜານ ທີ່ຖືກສ້າງຂຶ້ນ ຜ່ານທາງ ຄວາມເຂົ້າໃຈອັັນດຽວກັນ ນີ້.

ໂດຍທົ່ວໄປ, ແຜນການກໍ່ສ້າງທິມງານ ແມ່ນມີປະສິດທິພາບ. ການລຸຍຕົມຫຼຸບຫົວເຂົ່າ, ການປະກອບສ່ວນ ເຂົ້າໃນການສືບຕໍ່ຂະຫຍາຍໂຕ ຂອງລະບົບນິເວດ ກ່ອນຍຸກປະຫວັດສາດເຫຼົ່ານີ້, ໄດ້ເຮັດໃຫ້ທໍາມະຊາດ ທີ່ມີການແຂ່ງຂັນ ຂອງພວກເຮົາ ບໍ່ຈະແຈ້ງ; ຜົນກະທົບທາງບວກ ຂອງ ປ່າແຄມທະເລ ໄດ້ສະທ້ອນໃຫ້ເຫັນ ຕະຫຼອດມື້.ແທນທີ່ຈະເປັນສະມາຊິກ ຂອງປະເທດໃດໜຶ່ງ ຫຼື ສະມາຊິກ ຂອງ ໜ່ວຍງານສະເພາະໃດໜຶ່ງ, ພວກເຮົາ ໄດ້ຫຍັບມາໃກ້ກັນ ໃນຄະນະທີ່ ເຮັດວຽກຮ່ວມກັບ ສະມາຊິກຊຸມຊົນ ທີ່ເສີມສ້າງວິໃສທັດ ແລະ ພາລະກິດ ຂອງພວກເຮົາ ຜ່ານທາງ ການເຄື່ອນໄຫວ ແບບມີສ່ວນຮ່ວມ.

ເໝືອນດັ່ງທີ່ ສະມາຊິກຄົນໜຶ່ງ ຂອງທິມຊຸດສີແດງ ໄດ້ກ່າວໄວ້ ຢ່າງສັ້ນໆວ່າ, ຜົນຂອງການແຂ່ງຂັນ ແມ່ນບໍ່ມີຄວາມສຳຄັນ:​ “ມັນບໍ່ພຽງແຕ່ ກ່ຽວກັບສີດຽວ, ພວກເຮົາຕ້ອງເຮັດວຽກກັບທົ່ວທຸກທີມ.” ສືບຕໍ່ ເນັ້ນໜັກຫົວຂໍຂອງມື້ນັ້ນ, ​ຈາກນັ້ນ ລາວໄດ້ສັງລວມ ບັນດາກິດຈະກໍາ ຂອງພວກເຮົາ ໂດຍມີຄໍາຂວັນ ດັ່ງຕໍ່ໄປນີ້: