RECOFTC
ເລື່ອງລາວ

ອົງການ RECOFTC ຊ່ວຍໃຫ້ພາກເອກະຊົນ ມາມີສ່ວນຮ່ວມກັບຊຸມຊົນທ້ອງຖິ່ນ ດີຂຶ້ນ

16 October 2015
RECOFTC Staff
Notes from the Field
The Center for People and Forests

ທີ່ບາງກອກ, ປະເທດໄທ - ອົງການ RECOFTC - ສູນສໍາລັບຄົນ ແລະ ປ່າໄມ້ ແລະ ແຜນງານ ສໍາລັບການຮັບຮອງເອົາຢັ້ງຢືນປ່າໄມ້ (PEFC) ໄດ້ຊ່ວຍໃຫ້ສໍານັກງານຂອງ ບໍລິສັດ ສະໂຕລາເອັນໂຊ Stora Enso Lao (SEL), ຊຶ່ງເປັນ ບໍລິສັດປູກໄມ້ ພາກເອກະຊົນທົ່ວໂລກ, ເຂົ້າມີສ່ວນຮ່ວມກັບຊຸມຊົນທ້ອງຖິ່ນ ໄດ້ດີຂຶ້ນ.

ບໍລິສັດ SEL ຢູ່ ສປປ ລາວ ກໍາລັງລົງທຶນໃນຕົວແບບ ການກະສິກໍາ-ປ່າໄມ້ -ຊຶ່ງເປັນລະບົບການຄຸ້ມຄອງທີ່ດິນແບບປະສົມປະສານ ເຕັກໂນໂລຢີກະສິກໍາ ແລະ ປ່າໄມ້ ເພື່ອສ້າງລະບົບການນໍາໃຊ້ທີ່ດິນ ທີ່ມີຄວາມຫຼາກຫຼາຍ, ມີປະສິດທິຜົນ, ມີຜົນກໍາໄລ ແລະ ຍືນຍົງ - ທີ່ຮ່ວມມືກັບຊຸມຊົນທ້ອງຖິ່ນ ຢູ່ ສະຫວັນນະເຂດ, ສປປ ລາວ. ເພື່ອຮັບປະກັນວ່າບໍລິສັດໄດ້ມີສ່ວນຮ່ວມ ກັບປະຊາຊົນທ້ອງຖິ່ນຢ່າງມີປະສິດທິຜົນ, ອົງການ RECOFTC, ໂດຍຮ່ວມກັບ ອົງການ PEFC, ໄດ້ຈັດຕັ້ງກິດຈະກໍາພັດທະນາຄວາມສາມາດໃຫ້ແກ່ພະນັກງານຂອງບໍລິສັດ ແລະ ຜູ້ມີສ່ວນກ່ຽວຂ້ອງໃນທ້ອງຖິ່ນ.

ໃນໄລຍະການຝຶກອົບຮົມ 10 ວັນ ລະຫວ່າງວັນທີ 2-13 ຕຸລາ 2015, ອົງການ RECOFTC ໄດ້ດຳເນີນການຝຶກອົບຮົມໃນຫ້ອງຮຽນ ແລະ ການໄປທັດສະນະສຶກສາສໍາລັບພະນັກງານບໍລິສັດ SEL ຢູ່ສະຫວັນນະເຂດ ສປປ ລາວ ແລະ ສາແກ້ວ ປະເທດໄທ. ຈຸດປະສົງຂອງການຝຶກອົບຮົມ ແລະ ທັດສະນະສຶກສາ ແມ່ນເພື່ອປັບປຸງຄວາມສາມາດຂອງພະນັກງານກ່ຽວກັບການສື່ສານທີ່ມີສ່ວນຮ່ວມ, ຄວາມເຫັນດີເຫັນພ້ອມ ໂດຍການຮັບຮູ້ຂໍ້ມູນລ່ວງໜ້າ (FPIC), ການແກ້ໄຂຂໍ້ຄັດແຍ່ງດ້ານປ່າໄມ້, ການພັດທະນາຕ່ອງໂສ້ມູນຄ່າ ແລະ ການຢັ້ງຢືນປ່າໄມ້.

ທ່ານ ທຽນທອງ ຕັນສຸຄັງ ຈາກ ລະບົບຂໍ້ມູນການຄຸ້ມຄອງປ່າໄມ້ຂອງບໍລິສັດ Burapha, ຊຶ່ງເປັນ ບໍລິສັດເອື້ອຍຂອງບໍລິສັດ SEL ແຫ່ງ ສປປ ລາວ ກ່າວວ່າ: "ແຜນງານຝຶກອົບຮົມ ແລະ ການໄປທັດສະນະສຶກສາ ໄດ້ຊ່ວຍໃຫ້ຂ້ອຍເຫັນວ່າວິທີການທີ່ມີສ່ວນຮ່ວມ ໄດ້ສົ່ງເສີມການຮຽນຮູ້ເຊິ່ງກັນ ແລະ ກັນ ແລະ ຄວາມເຫັນທີ່ແຕກຕ່າງກັນ, ພ້ອມນັ້ນ ກໍເຮັດໃຫ້ຊຸມຊົນ ໄດ້ຮັບການສະໜັບສະໜູນດີຂຶ້ນ."

ການລົງທຶນໃນການພັດທະນາຮູບແບບກະສິກໍ ແລະ ປ່າໄມ້ ໂດຍການຮ່ວມມືກັບຊຸມຊົນມີບົດບາດສໍາຄັນໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ. ອົງການ RECOFTC, ສະມາຊິກຂອງອົງການ PEFC, ເປັນອົງການໃຫ້ການຢັ້ງຢືນທີ່ສົ່ງເສີມການເປັນເຈົ້າຂອງຢູ່ທ້ອງຖິ່ນໃນການພັດທະນາມາດຕະຖານ ສໍາລັບການຄຸ້ມຄອງປ່າໄມ້ ແລະ ການຄ້າທີ່ມີຄວາມຍືນຍົງ, ມີຈຸດປະສົງເພື່ອສົ່ງເສີມມາດຕະຖານທີ່ໄດ້ຮັບການພັດທະນາ ເພື່ອຮັບປະກັນວ່າຊຸມຊົນທ້ອງຖິ່ນໄດ້ຮັບປະໂຫຍດຈາກມາດຕະຖານດັ່ງກ່າວ.

ທ່ານ ມາຕີນ ເກຣແມນ (Martin Greijmans) ພະນັກງານອາວຸໂສຂອງແຜນງານ ປັບປຸງຊິວິດການເປັນຢູ່ ແລະ ຕະຫລາດຂອງ RECOFTC ໃນພາກພື້ນ, ໄດ້ເວົ້າວ່າ “ບໍລິສັດ SEL ມີແນວທາງປະຕິບັດຫລັກໃນການຈັດຕັ້ງປະຕິບັດການກະສິກຳ-ປ່າໄມ້ແບບປະສົມປະສານ, ທີ່ຮັບປະກັນໃຫ້ມີການປຶກສາຫາລືທີ່ເໝາະສົມ ກັບປະຊາຊົນທ້ອງຖິ່ນ”.  ບໍລິສັດ ເລ່ງໃສ່ສ້າງຜົນປະໂຫຍດໃຫ້ທັງສອງຝ່າຍ ຄື ບໍລິສັດ ແລະ ຊຸມຊົນທ້ອງຖິ່ນ”.